ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-09-30 17:35:48    
ທ່ານ​ຫູ​ຈີນ​ທ່າວກ່າວ​ເນັ້ນ​ວ່າ ຈີນຈະ​ປະຕິບັດ​ນະ​ໂຍບາຍ​ພື້ນຖານ​ຂອງ​ລັດ​ທີ່​ໄຂ​ປະຕູ​ສູ່​ພາຍ​ນອກ​ຢ່າງ​ໝັ້ນ​ໜຽວ​ບໍ່​ປ່ຽນ​ແປງ

cri Author: cai
ຕາມ​ຂ່າວສານ​ຊີ​ນຮວາ:ທ່ານ​ຫູ​ຈີນ​ທ່າວ ​ເລຂາທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ກ່າວ​ເນັ້ນ​ຢູ່​ປັກ​ກິ່ງ​ວ່າ,ຈີນ​ຈະ​ປະຕິບັດ​ນະ​ໂຍບາຍ​ໄຂ​ປະຕູ​ສູ່​ພາຍ​ນອກ​ຢ່າງ​ໝັ້ນ​ໜຽວ​ບໍ່​ປ່ຽນ​ແປງ,ຍຶດໝັ້ນ​ຍຸດ​ທະ​ສາດ​ໄຂ​ປະຕູ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ,ຈໍ່​ຕົວ​ເປັນ​ທ່າ​ແຮງ​ໃໝ່​ທີ່ເຂົ້າ​ຮ່ວມ​ການ​ຮ່ວມ​ມື​ແລະ​ແກ່ງ​ແຍ່ງ​ກັນດ້ານ​ເສດຖະກິດ​ສາກົນ,ຍົກ​ລະດັບ​ເສດຖະກິດ​ແບບ​​ໄຂ​ປະຕູ​ສູ່​ພາຍ​ນອກ​ໃຫ້​ສູງ​ຂຶ້ນ​ຢ່າງຮອບດ້ານ.

ວັນ​ທີ 28 ກັນຍາ​ນີ້,ກົມ​ການ​ເມືອງສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ໄດ້​ຈັດການ​ຮ່ຳຮຽນ​ຮວມໝູ່,ທ່ານ​ຫູ​ຈີນ​ທ່າວ​​ໄດ້​ກ່າວ​ຄຳ​ປາ​ໄສ​ໂດຍ​ຊີ້​ອອກ​ວ່າ,ຄຽງ​ຄູ່​ກັບ​ຂະ​ບວນການ​ເສດຖະກິດ​ໂລກາ​ພິວັດ​ໄດ້​ຂະຫຍາຍ​ຕົວລົງ​ສູ່​ລວງ​ເລິກ​ແລະ​ໂຄງປະກອບ​ເສດຖະກິດ​ຕະຫຼາດ​ສັງຄົມ​ນິຍົມ​ຂອງ​ຈີນສົມບູນ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ,​ເງື່ອນ​ໄຂ​ພາຍ​ໃນແລະນອກປະ​ເທດທີ່​ຈີນ​ປະ​ເຊີນໜ້າ​ໃນການ​ໄຂ​ປະຕູ​ສູ່​ພາຍ​ນອກພວມ​ເກີດ​ການ​ປ່ຽນ​ແປງ​ຢ່າງ​​ເລິກ​ເຊິ່ງ,ນີ້ໄດ້​ອຳນວຍ​ໂອກາດດີໃຫ້​ຈີນ​ເປີດ​ກວ້າງ​ການ​ໄຂ​ປະຕູ​ສູ່​ພາຍ​ນອກ ຊຸກຍູ້​ເສດຖະກິດ​ໃຫ້​ພັດທະນາ​ທັງ​ດີ​ທັງ​​ໄວ,ພ້ອມ​ກັນ​ນັ້ນ,ກໍ່​ເປັນການ​ທ້າ​ທາຍ​ອັນ​ຂ້ຽວຂາດຕໍ່​ການ​ຮັກສາ​ຄວາມ​ປອດ​​ໄພ​ຂອງ​ເສດຖະກິດ​ແຫ່ງ​ຊາດ.

ທ່ານ​ຫູ​ຈີນ​ທ່າວ​ກ່າວ​ວ່າ,ຈີນ​ຈະ​ບູລະນະອົງປະກອບ​ແລະ​ການຈັດ​ວາງ​ຂອງ​ການ​ໄຂ​ປະຕູ​ສູ່​ພາຍ​ນອກ​ໃຫ້​ດີ​ຂຶ້ນ,ຕັ້ງໜ້າ​ນຳ​ເຂົ້າ​ເຕັກນິກ​ແລະບົດຮຽນຄຸ້ມ​ຄອງທີ່ກ້າວໜ້າ​ແລະນັກວິຊາການ​ທີ່​ມີ​ຄຸນ​ທາດ​ສູງ,ຮັກສາ​ແລະບູລະນະ​ລະບົບ​ເສດຖະກິດ​ການ​ຄ້າ​ທົ່ວ​ໂລກ​ໃຫ້​ສົມບູນ​ຂຶ້ນ,ຫາບ​ແບກ​ໜ້າ​ທີ່​ສາກົນ​ທີ່​ສົມ​ຄູ່​ກັບ​ລະດັບ​ພັດທະນາ​ແລະ​ຄວາມ​ສາມາດ​ຂອງ​ຈີນ​ຢ່າງ​ເປັນ​ເຈົ້າ​ການ.​