ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-10-01 15:43:54    
ກົດ​ຫມາຍ​ວ່າ​ດ້ວຍ​ສິດ​ຊັບ​ສິນ​ສະ​ບັບ​ທຳ​ອິດ​ຂອງ​ຈີນ​ເລີ່ມ​ປະ​ຕິ​ບັດ​ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 1 ຕຸລາ​ນີ້​ເປັນ​ຕົ້ນ​ໄປ

cri
ຕາມ​ຂ່າວສານ​ຊີ​ນຮວາ: ​ ກົດຫມາຍ​ວ່າ​ດ້ວຍ​ສິດ​ຊັບ​ສິນ​ສະບັບ​ທຳ​ອິດ​ຂອງ​ຈີນ​ໄດ້​ເລີ່ມ​ປະຕິບັດ​ຢ່າງ​ເປັນ​ທາງ​ການ ແຕ່ວັນ​ທີ 1 ຕຸລາ​ນີ້​ເປັນຕົ້ນ​ໄປ.

ບຸກຄົນ​ຜູ່​ວິ​ເຄາະ​ກ່າວ​ວ່າ,ກົດຫມາຍ​ສະບັບ​ນີ້​ໄດ້​ກຳນົດ​ຢ່າງຈະ​ແຈ້ງວ່າ, ຈີນ​ປົກປ້ອງ​​ຊັບ​ສິນ​ທາງ​ຫລວງ​ແລະ​ຊັບ​ສິນ​ເອກະ​ຊົນ​ຢ່າງ​ສະ​ເຫມີ​ພາບ​ກັນ,​​ໄດ້ເຮັດ​ໃຫ້​ຊັບ​ສິນ​ເອກະ​ຊົນ​ຂອງ​ພົນລະ​ເມືອງ​ຈີນ​ຖືກ​ຮັບຮອງຢ່າງ​ຈະ​ແຈ້ງ​ກວ່າ​ເກົ່າ, ນີ້​ມີ​ຜົນ​ດີ​ຕໍ່​ການ​ປົກ​ປັກ​ຮັກສາ​ລະບຽບ​ການ​ເສດຖະກິດ​ຕະຫລາດ, ປົກ​ປັກ​ຮັກສາ​ຜົນ​ປະ​ໂຫຍ​ດຕິດ​ຕົວ​ຂອງ​ປະຊາຊົນ, ລະດົມຄວາມ​ຊີວິດ​ຊີວາ​ໃນການ​ປະດິດ​ສ້າງ​ຂອງ​ທົ່ວ​ສັງຄົມ.

ຂ່າວສານ​ຊີ​ນຮວາ ​ເຊິ່ງ​ເປັນຂ່າວສານ​ທາງ​ການ​ຈີນ​ກ່າວ​ວ່າ,ພາກສ່ວນ​ທີ່​ກ່ຽວຂ້ອງ​ຂອງ​ຈີນ​ໄດ້​ທຳ​ການ​ກະກຽມ​ຢ່າງ​ເຕັມ​ສ່ວນ​ເພື່ອ​ປະຕິບັດ​ກົດ ຫມາຍ​ສະບັບ​ນີ້,​ໄດ້​ຊຳລະ​​ກົດຫມາຍ​ກົດ​ລະບຽບ​ທີ່​ກ່ຽວຂ້ອງ​ໂດຍ​ອີງ​ຕາມ​ກົດຫມາຍ​ວ່າ​ດ້ວຍສິດ​ຊັບ​ສິນສະບັບ​ນີ້,​ແລະ​ໄດ້​ປັບປຸງບ່ອນ​ທີ່​ບໍ່​ເປັນ​ເອກະພາບ​ກັບ​ກົດຫມາຍ​ວ່າ​ດ້ວຍສິດ​ຊັບ​ສິນ.