ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-10-01 15:51:20    
ຄວາມ​ສາ​ມາດ​ປະ​ດິດ​ສ້າງ​ໂດຍ​ຕົນ​ເອງ​ຂອງ​ຈີນ​ນັບ​ມື້​ນັບ​ສູງ​ຂຶ້ນ

cri
ຕາມ​ຂ່າວ​ສານ​ຊີນ​ຮວາ:ບົດ​ລາຍ​ງານ​ທີ່​ກົມ​ສະຖິຕິ​ແຫ່ງ​ຊາດ​ຈີນ​ປະກາດ​ໃນ​ວັນ​ທີ 30 ກັນຍາ​ແລ້ວ​ນີ້ ຂຽນ​ວ່າ, ແຕ່​ປີ 2002 ​ເປັນ​ຕົ້ນ​ມາ,ປະລິມານ​ຮ້ອງ​ຂໍ​ລິ​ຂະ​ສິດ​ແລະ​ປະລິມານ​ມອບ​ລິ​ຂະ​ສິດ​ຂອງ​ຈີນ​ລ້ວນ​ແຕ່​ເພີ່ມ​ຂຶ້ນ 20% ຂຶ້ນ​ໄປ​ຕໍ່​ປີ,ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ,ຄວາມ​ສາມາດ​ປະດິດ​ສ້າງ​ໂດຍ​ຕົນ​ເອງ​ຂອງ​ຈີນ​ນັບ​ມື້​ນັບ​ສູງ​ຂຶ້ນ,ສະພາບ​ແວດ​ລ້ອມປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນຍາ​ໄດ້​ມີ​ການ​ປົວ​ແປງ​ໃຫ້​ດີ​ຂຶ້ນ​ຢ່າງ​ຫລວງຫລາຍ.

ບົດ​ລາຍ​ງານ​ຂຽນ​ວ່າ,​ໃນ​ຫລາຍ​ປີ​ມາ​ນີ້,ຈີນ​ໄດ້​ເພີ່ມການ​ລົງທຶນ​ໃນ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ນິກ,ງົບ​ປະ​ມານ​ດ້ານກິດ​ວິທະ​ຍາ​ສາດ​ເຕັກ​ນິກ​ໃນ​ປີ​ກາຍ​ແມ່ນ 2,1 ​ເທົ່າຂອງ​ປີ 2002.​ໃນ​ຂະນະ​ດຽວ​ກັນ​ນີ້, ການຄົ້ນຄວ້າ​ພື້ນຖານ​ຂອງ​ຈີນ​ໄດ້​ຮັບ​ການ​ເພີ່ມ​ທະວີ​ຂຶ້ນ, ອຸດສາຫະກຳ​ໄຮ​ເທັກ​ພັດທະນາ​ຢ່າງ​ວ່ອງ​ໄວ, ​ໄດ້​ມີຫມາກຜົນ​ຄົ້ນຄວ້າ​ສຳຄັນ​ຢ່າງ​ຫລວງ ຫລາຍ, ​ໃນ​ນັ້ນ, ຍານ​ອະວະກາດ​ລະບົບ ​ເຊີນ​ໂຈ​ວ ​ໄດ້​ຍິງ​ຂຶ້ນ​ສູ່​ອະວະກາດ​ຢ່າງ​ສຳ​ເລັດ​ຜົນ, ​ໂດຍ​ສະ​ເພາະ​ແມ່ນ​ຍານ​ອະ​ວະ​ກາດ​ບັນທຸກ​ຄົນ ​ເຊີນ​ໂຈ​ວ​ເລກ 5 ​ແລະ​ເລກ 6 ​ໄດ້​ຮັບ​ຜົນ​ເຕັມ​ເມັດ​ເຕັມ​ຫນ່ວຍ,ນີ້​ຢືນຢັນ​ວ່າ​ຈີນ​ໄດ້​ຢູ່​ໃນ​ລະດັບ​ກ້າວ​ຫນ້າ​ຂອງ​ໂລກ​ໃນ​ຂົງ​ເຂດ​ວິທະຍາສາດ​ສຳຄັນ​ຈຳນວນ​ຫນຶ່ງ.