|
 |
(GMT+08:00)
2007-10-01 17:13:04
|
 |
ວຽກງານກະກຽມທຸກລາຍຂອງງານກິລາໂອລິມປິກພິເສດຊຽງໄຮ້ໄດ້ສຳເລັດແລ້ວ
cri
ຕາມຂ່າວສານຊີນຮວາ: ງານກິລາໂອລິມປິກພິເສດລະດູຮ້ອນຂອງໂລກ 2007 ຈະຈັດຂຶ້ນຢູ່ນະຄອນຊຽງໄຮ້ ພາກຕາເວັນອອກຂອງຈີນໃນວັນທີ 2 ຕຸລານີ້,ທ່ານໂຈ່ວທ້າຍທົງ ຮອງປະທານປະຈຳການຂອງຄະນະກຳມະການຈັດຕັ້ງງານກິລາໂອລິມປິກພິເສດກ່າວວ່າ, ປັດຈຸບັນ, ວຽກງານກຽມທຸກລາຍໄດ້ສຳເລັດຫມົດແລ້ວ.
ໃນກອງປະຊຸມຖະແຫລງຂ່າວທີ່ຈັດຂຶ້ນໃນວັນທີ 1 ຕຸລານີ້, ທ່ານໂຈ່ວ ທ້າຍທົງກ່າວວ່າ, ເພື່ອຈັດງານກິລາຄັ້ງນີ້, ນະຄອນຊຽງໄຮ້ໄດ້ດັດສ້າງສະຫນາມກິລາ 30 ກວ່າແຫ່ງແລະໄດ້ຜ່ານການກວດກາມອບຮັບແລ້ວ, ສິ່ງກໍ່ສ້າງບໍ່ມີສິ່ງຂັດຂວາງໄດ້ບັນລຸມາດຕະຖານ.ໂຮງແຮມເກືອບຮ້ອຍແຫ່ງແລະ 200 ກວ່າຄອບຄົວຂອງນະຄອນຊຽງໄຮ້ຈະສະຫນອງບ່ອນພັກແຮມທີ່ສະບາຍໃຈໃຫ້ແກ່ນັກກິລາ ຄູຝຶກແລະຄອບຄົວຂອງນັກກິລາທີ່ເຂົ້າຮ່ວມງານກິລາໂອລິມປິກພິເສດ.ນອກນີ້, ນະຄອນຊຽງໄຮ້ຍັງຈັດຕັ້ງອາສາສະຫມັກ 4 ຫມື່ນກວ່າຄົນບໍລິການນັກກິລາທີ່ເຂົ້າຮ່ວມງານໂອລິມປິກພິເສດຕະຫລອດໄລຍະ,ແລະໃຫ້ການບໍລິການດ້ວຍຫລາຍພາສາ.
|
|
|