ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-10-03 16:10:44    
ທູ​ລູ​ຟານ​ເຂດ​ຊິນ​ຈ່ຽງ​ສ້າງ​​ເຂດ​ແບບ​ຢ່າງ​ຄວາມ​ຫລາກ​ຫລາຍ​ດ້ານ​ວັດ​ທະ​ນະ​ທະ​ຂອງ​ໂລກ​ແຫ່ງ​ທຳ​ອິດ​ຂອງ​ຈີນ

cri
ຕາມ​ຂ່າວສານ​ຊີ​ນຮວາ: ຈີນ​ພວມ​ວາງ​ແຜນ​ສ້າງ​ເຂດ​ແບບຢ່າງ​ຄວາມ​ຫລາກ​ຫລາຍ​ດ້ານ​ວັດທະນະທຳ​ໂລກ​ແຫ່ງ​ທຳ​ອິດ​ຢູ່​ທູ​ລູຟານ​ເຂດ​ຊິນ​ຈຽງ, ​ເພື່ອ​ປົກ​ປ້ອງ​ຮ່ອງຮອຍ​ປະຫວັດສາດ​ທີ່​ມີ​ເອກະລັກ​ພິ​ເສດ​ທີ່​ວັດທະນະທຳ​ຝ່າຍ​ຕາ​ເວັນ​ຕົກ​ກັບ​ຝ່າຍ​ຕາ​ເວັນ​ອອກ​ປະສົມ​ກັນ​ບົນ​ເສັ້ນທາງ​ຜ້າ​ໄຫມ​ໃນ​ສອງ​ພັນ​ປີ​ມາ​ນີ້,​ແລະ​ຮຽກຮ້ອງ​ຄົນ​ທັງຫລາຍ​ເຂົ້າ​ໃຈ​ແລະ​​ເຄົາລົບ​ວັດທະນະທຳ​ຕ່າງ​ກັນ​ທີ່​ຢູ່​ຮ່ວມ​ກັນ​ຢ່າງ​ກົມກຽວ​ກັນ.

ທູ​ລູຟານ​ແມ່ນ​ຕົວ​ເມືອງເບື້ອງ​ຕາ​ເວັນ​ອອກ​ທີ່​ເຂດ​ຊິນ​ຈ່ຽງ​​ເຂົ້າ​ສູ່​ເຂດ​ໃນ​ຈີນ, ​ເສັ້ນທາງ 11 ສາຍ​ຂອງເສັ້ນທາງ​ຜ້າ​ໄຫມ​ໄດ້​ເຕົ້າ​ໂຮມ​ຢູ່​ແຫ່ງ​ນີ້,​ເອກະສານ​ປະຫວັດສາດ​ທີ່​ຖືກ​ຂຸດ​ເຫັນ​ຢູ່​ແຫ່ງ​ນີ້​ໄດ້​ບັນທຶກ​ດ້ວຍຫນັງສື 17 ຊະນິດ.

ຕາມ​ແຜນການ, ​ເຂດ​ແບບຢ່າງ​ຄວາມ​ຫລາກ​ຫລາຍ​ດ້ານ​ວັດທະນະທຳ​ຂອງ​ໂລກກ່ອນ​ອື່ນ​ແມ່ນ​ປະກອບ​ດ້ວຍ​ການ​ຮ້ອງ​ຂໍ​ຈັດ​ໂຄງການ​ສາກົນ​ສີ່​ໂຄງການ, ​ໃນ​ນັ້ນ, ລວມທັງ​ໃຫ້​ປະ​ເທດ​ຕ່າງໆ​ຢູ່​ອາຊີ​ກາງ​ຮ່ວມ​ກັນ​ຮ້ອງ​ຂໍ​ໃຫ້​ເສັ້ນທາງ​ຜ້າ​ໄຫມ​ເປັນ​ມໍລະດົກ​ວັດທະນະທຳ​ໂລກ​ແລະ​ອື່ນໆ.​ໂດຍ​ປິ່ນ​ປ້ອມ​ໂຄງການ​ເຫລົ່າ​ນີ້,ອຳນາດ​ການ​ປົກຄອງ​ທ້ອງ​ຖີ່​ນຈະ​ວາງ​ແຜນ​ແລະ​ລົງທຶນ​ທີ່​ສົມ​ຄູ່​ກັນ.