ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-10-05 15:42:57    
ວົງ​ການ​ຕ່າງໆ​ຕີ​ລາ​ຄາ​ສູງ​ຕໍ່​ງານ​ກິ​ລາ​ໂອ​ລິມ​ປິກ​ພິ​ເສດ​ຊຽງ​ໄຮ້

cri
ຕາມຂ່າວສານຈີນ,​ງານ​ກິ​ລາ​ໂອ​ລິມ​ປິກ​ພິ​ເສດ​ໂລກ​2007​ທີ່​ພວມ​ຈັດ​ຂຶ້ນ​ຢູ່​ຊຽງ​ໄຮ້​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຈາກ ​ວົງ​ການ​ຕ່າງໆ.

ທ່ານ​ອາ​ໂນນ​ສະ​ວາດສ​ເນັກ​ເກີ​ຜູ່​ວ່າການລັດ​ກາລີ​ໂຟ​ເນ​ຍອາ​ເມ​ລິ​ກາ​ທີ່​ໄດ້​ຮັບ​ເຊີນ​ມາ​ຈີນ​ກ່າວ​ວ່າ,​ລັດ​ຖະ​ບານ​ຈີນ​ຈັດ​ງົບ​ປະ​ມານ​ເຂົ້າ​ໃນ​ງານ​ກິລາ​ໂອ​ລິ​ມປິກ​ພິ​ເສດ,​ພ້ອມ​ດ້ວຍ​ວົງ​ການ​ຕ່າງໆ​ໃນ​ສັງຄົມຊອກ​ທຶນ​ເພື່ອ​ເຜີຍ​ແຜ່​ກິ​ລາ​ໂອ​ລິມ​ປິກ​ພິ​ເສດ,ນີ້​ຍ່ອມ​ຈະ​ເປັນ​ບົດ​ຮຽນ​ທີ່​ມີ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ປະ​ເທດ​ອື່ນໆ​ໃນ​ໂລກ.

ທ່ານ​ຕີ​ໂມ​ຊີ​ສຣີ​ເວີ ປະທານ​ຄະນະ​ກຳມະການ​ໂອ​ລິ​ມປິກ​ພິ​ເສດ​ສາ​ກົນ​ກ່າວ​ວ່າ,​ໃນ​ດ້ານ​ວຽກ​ງານ​ຄົນ​ພິການ,ຈີນ​ໄດ້​ໃຊ້​ຫຼາຍມາດ​ຕະການ​ອັນ​ຕັ້ງ​ໜ້າ,​ໄດ້​ວາງ​ກົດ​ໝາຍ​ລະ​ບຽບ​ການ​ຫຼາຍ​ສະ​ບັບ,​ແລະ​ຍັງ​ໄດ້​ດຳ​ເນີນການ​ທົດ​ລອງ​ທີ່​ມີ​ຜົນ​ປະ​ໂຫຍ​ດຢ່າງ​ຫຼວງ​ຫຼາຍ.

ທ່ານ​ເຊ້ຈິ້ນ ຜູ່​ກຳກັບ​ການສະ​ແດງຮູບ​ເງົາ​ທີ່​ມີ​ຊື່​ສຽງ​ຂອງ​ຈີນ​ເຫັນ​ວ່າ,ງານ​ກິລາ​ໂອ​ລິມ​ປິກ​ພິ​ເສດ​ໄດ້​ນຳ​ເອົາ​ໂອ​ກາດ​ມາ​ໃຫ້​ຄົນ​ພິ​ການ​ທາງ​ສະ​ໝອງ​ເພື່ອ​ປ່ຽນ​ແປງ​ຊີວິດ.​ໃນ​ນາມ​ເປັນ​ພໍ່​ຂອງ​ລູກ​ພິການ​ທາງ​ສະໝອງ,ທ່ານ​ຂອບ​ອົບ​ຂອບ​ໃຈ​ນຳ​ງານ​ກິລາ​ໂອ​ລິ​ມປິກ​ພິ​ເສດ​ແລະ​ຜູ່​ຄົນ​ທີ່​ສະໜັບສະໜູນ​ງານ​ກິລາ​ໂອ​ລິ​ມປິກ​ພິ​ເສດ​ທີ່​ສຸດ​.