ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-10-07 15:53:40    
ໃນ 6 ​ເດືອນ​ຕົ້ນ​ປີ​ນີ້ ລິ​ຂະ​ສິດ​ທີ່​ຈີນ​ອະ​ນຸ​ມັດ​ໃຫ້​ຜູ່​ຮ້ອງ​ຂໍ​ນັ້ນ​ໄດ້​ເພີ່ມ​ຂຶ້ນ​ຫລາຍ​ກວ່າ​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ 40% ຂຶ້ນ​ໄປ

cri
ຕາມ​ຂ່າວສາ​ນຊິນ​ຮວາ: ຫວ່າງ​ມໍ່ໆ​ນີ້ ນັກ​ຂ່າວ​ໄດ້​ຊາບ​ຈາກ​ກົມ​ສິດ​ຊັບ​ສິນ​ທາງ​ປັນຍາ​​ແຫ່ງ​ຊາດ​ຈີນ​ວ່າ, ​ໃນ 6 ​ເດືອນ​ຕົ້ນປີ​ 2007, ກົມ​ສິດ​ຊັບ​ສິນ​ທາງ​ປັນຍາ​ແຫ່ງ​ຊາດ​ຈີນ​​ໄດ້​ອະນຸມັດ​ລິ​ຂະ​ສິດ 1 ​ແສນ 6 ຫມື່ນ 8 ພັນ​ຄະດີ, ​ເພີ່ມ​ຂຶ້ນ​ຫລາຍ​ກວ່າ​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ 40% ຂຶ້ນ​ໄປ.

ຜູ່​ຮັບຜິດຊອບ​ທີ່​ກ່ຽວຂ້ອງຂອງ​ກົມ​ສິດ​ຊັບ​ສິນ​ທາງ​ປັນຍາ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ, ​ໃນ 6 ​ເດືອນ​ຕົ້ນປີ​ນີ້, ລິ​ຂະ​ສິດຕ່າງໆ​ຄື​ລິ​ຂະ​ສິດ​ການ​ປະດິດ​ສ້າງ ລິ​ຂະ​ສິດ​ແບບ​ໃຫມ່​ທີ່​ເຫມາະ​​ໃຊ້​ແລະ​ລິ​ຂະ​ສິດ​ການ​ອອກ​ແບບທີ່​ຮັບ​ອະນຸມັດ​ນັ້ນໄດ້​ເພີ່ມ​ຂຶ້ນ​ຢ່າງ​ຫລວງຫລາຍ,ປັດຈຸບັນ, ຄວາມ​ສາມາດ​ກວດກາ​ແລະ​ອະນຸມັດ​ລິ​ຂະ​ສິດ​ໄດ້​ເພີ່ມ​ທະວີ​ຂຶ້ນ​ຢ່າງ​ຫລວງຫລາຍ, ຄວາມ​ໄວ​ກວດກາ​ແລະ​ອະນຸມັດ​ກໍ່​ໄວ​ກວ່າ​ເກົ່າເລື້ອຍໆ,ມີ​ຜົນ​ດີ​ຕໍ່​ການ​ລະດົມ​ຄວາມ​ຫ້າວຫັນ​​ໃນ​ ການ​ປະດິດ​ສ້າງ​ໂດຍ​ຕົນ​ເອງ​ຂອງ​ວົງ​ການ​ຕ່າງໆ​ໃນ​ສັງຄົມ.

ນັບ​ມາ​ຮອດ​ທ້າຍ​ເດືອນ​ມິຖຸນາ​ປີ 2007, ກົມ​ສິດ​ຊັບ​ສິນ​ທາງ​ປັນຍາ​ແຫ່ງ​ຊາດ​ລວມ​ໄດ້​ອະນຸມັດ​ລິ​ຂະ​ສິດ 19 ລ້ານ​ກວ່າ​ເຄື່ອງ.