ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-10-08 12:01:25    
ຍອດ​ມູນ​ຄ່າ​ການ​ຄ້າຂາ​ເຂົ້າ​ຂາ​ອອກ​ຂອງ​ຈີນ​ເປັນ​ອັນ​ດັບທີ​ສາມ​ຂອງ​ໂລກ

cri Author: cai
ຕາມ​ຂ່າວສານ​ຊີ​ນຮວາ:​ໃນ​ຫຼາຍ​ປີ​ມາ​ນີ້,ການ​ຄ້າ​ຂາ​ເຂົ້າຂາ​ອອກຂອງ​ຈີນ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຕໍ່ເນື່ອງ​ແລະ​ວ່ອງ​ໄວ,​ໃນຕະລາງ​ລຽງ​ລຳດັບຍອດ​ມູນ​ຄ່າ​ການ​ຄ້າຂາ​ເຂົ້າຂາ​ອອກ​ຂອງ​ໂລກ,ຈີນໄດ້​ເພີ່ມ​ຂຶ້ນຢ່າງ​ບໍ່​ຢຸດ​ຢັ້ງ,​ໄດ້​ເປັນອັນ​ດັບ​ທີ​ 3 ຂອງໂລກ.

ຂໍ້​ມູນ​ທີ່​ກົມ​ສະຖິຕິ​ແຫ່ງ​ຊາດ​ຈີນ​ປະ​ກາດ​ໃນ​ຫວ່າງ​ກ່ອນ​ນີ້ສະ​ແດງ​ໃຫ້​ເຫັນ​ວ່າ,ນັບ​ແຕ່​ປີ 2003 ຫາ​ປີ 2006,ການ​ຄ້າ​ຂາ​ເຂົ້າຂາ​ອອກ​ສິນ​ຄ້າ​ຂອງ​ຈີນ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ວ່ອງ​​ໄວ 4 ປີ​ລຽນຕິດ,​ເພີ່ມ​ຂຶ້ນ​ເກືອບ 30% ຕໍ່​ປີ,​ແມ່ນ​ໄລຍະ​ທີ່​ຂະຫຍາຍຕົວ​ໄວ​ກວ່າຍາມ​ໃດໃນ​ປະຫວັດສາດ.

ຂໍ້​ມູນ​ທີ່​ອົງການ​ການ​ຄ້າ​ໂລກ​ປະກາດ​ສະ​ແດງ​ໃຫ້​ເຫັນ​ວ່າ,ປີ 2004,ຍອດ​ມູນ​ຄ່າ​ການ​ຄ້າສິນຄ້າຂາ​ເຂົ້າຂາ​ອອກຂອງ​ຈີນ​ໄດ້​ຈາກ​ທີ 5 ຂອງ​ປີ 2002 ຂຶ້ນ​ເປັນ​ທີ 3 ​​ຂອງໂລກ,​ໃນ 2 ປີຕໍ່​ມາ​ກໍ່​​ໄດ້​ຄອງ​ຖານະ​ທີ 3 ​ໂດຍ​ຕະຫຼອດ.ອັດຕາ​ສ່ວນ​ຂອງ​ຍອດ​ມູນ​ຄ່າ​ການ​ຄ້າສິນ​ຄ້າຂາ​ເຂົ້າຂາ​ອອກຂອງ​ຈີນ​ໃນ​ການ​ຄ້າ​ໂລກ​ໄດ້​ຈາກ 4,7% ຂອງປີ 2002 ຂຶ້ນ​ເປັນ 7,2% ຂອງປີ 2006.