ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-10-08 14:02:50    
ເຈົ້າໜ້າ​ທີ່​ຄະນະ​ກຳມະການໂອ​ລິ​ມປິກ​ພິ​ເສດ​ສາກົນ​ກ່າວ​ວ່າ,ນະຄອນ​ຊຽງ​ໄຮ້​ແມ່ນ​ເມືອງຕົວ​ເດັ່ນຂອງ​ງານ​ກິລາ​ໂອ​ລິ​ມປິກ​ພິ​ເສດ

cri Author: da
ຕາມ​ຂ່າວໜັງສືພິມ​ເຢິນມິນ​ຢື້​ປ້າວ:​ໃນ​ງານ​ຖະ​ແຫຼ​ງຂ່າວຂອງ​ງານ​ກິລາ​ໂອ​ລິ​ມປິກ​ພິ​ເສດ​ທີ່​ຈັດ​ຂຶ້ນ​​ໃນ​ວັນ​ທີ7ຕຸລາ​ນີ້,ເຈົ້າໜ້າ​ທີ່​ຄະນະ​ກຳມະການ​ໂອ​ລິ​ມປິກ​ພິ​ເສດ​ສາກົນ​ໄດ້​ຕີ​ລາຄາ​ສູງ​ຕໍ່​ງານ​ກິລາ​ໂອ​ລິ​ມປິກພິ​ເສດ​ຊຽງ​ໄຮ້​ຄັ້ງ​ນີ້. ທ່ານ​ດິກ​​ແຄນ ຢົງ ປະທານຄະນະ​ກຳມະການໂອ​ລິ​ມປິກ​ພິ​ເສດ​ສາກົນ​ເຂດ​ອາຊີ​ຕາ​ເວັນ​ອອກກ່າວ​ວ່າ,ນະຄອນ​ຊຽງ​ໄຮ້​ແມ່ນ​ເມືອງຕົວ​ເດັ່ນຂອງ​ງານ​ກິລາ​ໂອ​ລິ​ມປິກ​ພິ​ເສດ.

ທ່ານ​ດິກ​​ແຄນ​ຮູ້​ຈັບ​ສະພາບ​ການ​ພັດທະນາການກິລາ​ໂອ​ລິ​ມປິກ​ພິ​ເສດ​ຂອງ​ຈີນທີ່​ສຸດ.ທ່ານ​ເປີດ​ເຜີຍ​ວ່າ,​ໃນ5ປີ​ທີ່​ຜ່ານ​ມາ,ຊຽງ​ໄຮ້​ໄດ້​ລົງທຶນ10ລ້ານ​ໂດ​ລາຕໍ່​ປີເຂົ້າ​ໃນ​ການ​ໂຄສະນາ​ການ​ກິລາ​ໂອ​ລິ​ມປິກ​ພິ​ເສດ​.ລັດຖະບານ​ຈີນ​ກຳລັງ​ຜ່ານຈາກ​ງານ​ກິລາ​ໂອ​ລິ​ມປິກ ພິ​ເສດຄັ້ງນີ້​ ເຜີຍ​ແຜ່​ແນວ​ຄຶດ​​ແລະ​ກິລາ​ໂອ​ລິ​ມປິກ​ພິ​ເສດ​ໄປ​ຮອດ​ເຂດພູ  ດ​ອຍ​ແລະ​ຊົນນະບົດ​ທີ່ສອກ​ຫຼີກ.

ວຽກ​ງານຮັບ​ປະກັນຂອງ​ງານ​ກິລາ​ໂອ​ລິ​ມປິກ​ພິ​ເສດ​ກໍ​ເຮັດ​ໃຫ້​ເຈົ້າໜ້າ​ທີ່​ຄະນະ​ກຳມະການ​ໂອ​ລິ​ມປິກ​ພິ​ເສດຮູ້ສຶກ​ງຶດ​​ໃຈ.ທ່ານ​ລີ ​ທອດ ຜູ່​ຮັບຜິດຊອບ​ພະ​ແນ​ກການ​ແຂ່ງຂັນ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ພິ​ເສດ​ສາກົນ​ກ່າວ​ວ່າ,​ໃນງານ​ກິລາ​ໂອ​ລິ​ມປິກ​ພິ​ເສດ​ຊຽງ​ໄຮ້,ຄົນ​ທັງຫຼາຍ​ບໍ່​ຕ້ອງ​ເປັນ​ຫ່ວງ​ວ່າ ​ໄປ​ຂີ່​ລົດ​ເມ​ຈະ​ຊ້າ​ບໍ່,​ເຮືອນພັກ​ແຮມໄດ້​ກຽມ​ໃຫ້​ດີ​ແລ້ວ​ບໍ່ ຫຼືມີ​ນ້ຳດື່ມບໍ່,​ເພາະວ່າ​ເຈົ້າພາບ​ໄດ້​ກະກຽມໝົດ​ທຸກ​ຢ່າງ​ໃຫ້​ດີ​ແລ້ວ.