ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-10-08 18:03:19    
ຈີນ​ຈັດ​ງົບ​ປະ​ມານ​160​ລ້ານ​ຢວນ​ໃຫ້​ແກ່​ໂຄງ​ການ​ເພີ່ມ​ຝົນ​ທຽມ​ແຫຼ່ງ​ນ້ຳ​ໃຫຍ່​ສາມ​ສາຍ

cri
ຕາມ​ຂ່າວ​ສານ​ຊິນ​ຮວາ,​ໂຄງ​ການ​ເພີ່ມ​ຝົນ​ທຽມ​ຢູ່​ແຫຼ່ງ​ນ້ຳ​ໃຫຍ່​ສາມ​ສາຍ​ທີ່​ຢູ່​ແຂວງ​ຊິງ​ໄຫ​ຂອງ​ຈີນ​ທີ່​ໃຊ້​ງົບ​ປະ​ມານ​160​ລ້ານ​ຢວນ​ຈະ​ສ້າງ​ສຳ​ເລັດ​ໃນ​ທ້າຍ​ເດືອນ​ມິ​ຖຸ​ນາ​ປີ​ໜ້າ.

ຂ່າວ​ແຈ້ງວ່າ,ເລີ່​ມ​ແຕ່​ປີ2005​ເປັນ​ຕົ້ນ​ມາ,​ພາກ​ສ່ວນ​ອຸ​ຕຸ​ນິ​ຍົມ​ແຂວງ​ຊິງ​ໄຫ​ໄດ້​ເພີ່ມ​ຝົນ​ທຽມ​ແລະ​ຫິ​ມະ​ທຽມ​ຂະ​ໜາດ​ນ້ອຍ​ໃຫ້​ເຂດ​ແຫຼ່ງ​ນ້ຳ​ໃຫຍ່​ສາມ​ສາຍ,​ເຮັດ​ໃຫ້​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດແຫ່ງ​ນີ້​ໄດ້​ຮັບ​ການ​ປັບປຸງ​ໃຫ້​ດີ​ຂຶ້ນ​ຢ່າງ​ເດັ່ນ​ຊັດ.

ແຫຼ່ງນ້ຳ​ໃຫຍ່​ສາມ​ສາຍຂອງ​ຈີນ​ຄື​ແມ່​ນ້ຳ​ເຫຼືອງ,​ແມ່​ນ້ຳ​ຢ່າງ​ເຊ​ແລະ​ແມ່​ນ້ຳ​ລ້ານ​ຊ້າງ,​ເຊິ່ງ​ຕັ້ງ​ຢູ່​​ໃນ​ໃຈກາງເຂດ​ພູ​ພຽງ​ຊິງ​ໄຫ​ຕິ​ເບດ​ທີ່​ສະ​ເລ່ຍ​ຄວາມ​ສູງ​ຈາກ​ໜ້າ​ນ້ຳ​ທະ​ເລ​4000​ແມັດ​ຂຶ້ນ​ໄປ.​ຍ້ອນ​ປັດ​​ໄຈ​ທາງ​ທຳ​ມະ​ຊາດ​ແລະ​ນ້ຳ​ມື​ຂອງ​ມະ​ນຸດ,​ເຮັດ​ໃຫ້​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ​ແຫ່ງ​ນີ້​ຊຸດ​ໂຊມ​ລົງ​ຢ່າງ​ໜັກ​ໜ່ວງ.​ເລີ່ມ​ແຕ່​ປີ​2005​ເປັນ​ຕົ້ນ​ມາ,​ຈີນ​ໄດ້​ໃຊ້​ງົບ​ປະ​ມານ7​ຕື້500​ລ້ານ​ຢວນ​ເພື່ອ​ປະ​ຕິ​ບັດ​ໂຄງ​ການ​ອະ​ນຸ​ລັກ​ແລະ​ຟື້ນ​ຟູ​ທຳ​ມະ​ຊາດ​ຢູ່​ແຫ່ງ​ດັ່ງ​ກ່າວ.