ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-10-09 18:26:33    
ຫໍ​ພິ​ພິດ​ທະ​ພັນ​ກູ້​ກົ່ງ​ຂອງ​ປັກ​ກິ່ງ​ຈະ​ໃຊ້​ລະ​ບົບ​ປີ້​ເອ​ເລັກ​ໂຕຼ​ນິກ​ຕິດ​ຕາມ​ຈຳ​ນວນ​ນັກ​ທ່ອງ​ທ່ຽວ

cri
ຕາມ​ຂ່າວສານ​ຊິນ​ຮວາ,ຕົວ​ເລກ​ຂອງ​ຫ້ອງການວຽກ​ງານ​ວັນພັກ​ບຸນນະຄອນ​ປັກ​ກິ່ງ​ສະ​ແດງ​ໃຫ້​ເຫັນ​ວ່າ,ວັນ​ທີ2​ຕຸລາ​ນີ້,ຫໍ​ພິ​ພິດ​ທະ​ພັນ​ກູ້​ກົ່ງ​ປັກ​ກິ່ງ​ໄດ້​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​9​ໝື່ນ​2800​ເທື່ອ​ຄົນ,​ເປັນ​ປະ​ມານ​1,8​ເທົ່າ​ຂອງ​ຈຳນວນ​ນັກ​ທ່ອງ​ທ່ຽວ​ຫຼາຍ​ທີ່​ສຸດ​ທີ່​ຫໍ​ພິ​ພິດ​ທະ​ພັນ​ກູ້​ກົ່ງ​ສາ​ມາດ​ຮັບ​ຕ້ອນ​ໄດ້.​ຍ້ອນ​ວ່າ​ວິ​ທີ​ກວດ​ປີ້​ດ້ວຍ​ຄົນ​ໃນ​ເມື່ອ​ກ່ອນ​ບໍ່​ສາ​ມາດ​ຕິດ​ຕາມ​ຈຳ​ນວນ​ນັກ​ທ່ອງ​ທ່ຽວ​ໄດ້​ໃນ​ທັນ​ທີ,​ຫໍ​ພິ​ພິດ​ທະ​ພັນ​ກູ້​ກົ່ງ​ພວມ​ຄົ້ນ​ຄວ້າ​ການ​ໃຊ້​ລະ​ບົບ​ປີ້​ເອ​ເລັກ​ໂຕຼ​ນິກ​ມາ​ຕິດ​ຕາມ​ຄວບ​ຄຸມ​ຈຳນວນນັກ​ທ່ອງ​ທ່ຽວ​ໃນ​ທັນ​ທີ.​ປັດ​ຈຸ​ບັນ,​ໄດ້​ມີ​ແຜນ​ການ​ເບື້ອງ​ຕົ້ນ​ແລ້ວ.

ຫໍ​ພິ​ພິດ​ທະ​ພັນ​ກູ້​ກົ່ງ​ແມ່ນ​ສ້າງ​ຕັ້ງ​ຂຶ້ນ​ບົນ​ພື້ນ​ຖານ​ລາ​ຊະ​ວັງ​ສະ​ໄໝ​ລາ​ຊະ​ວົງ​ມິງ​ແລະ​ລາ​ຊະ​ວົງ​ຊິ່ງ​ພ້ອມ​ດ້ວຍ​ວັດ​ຖຸ​ບູ​ຮານ​ທີ່​ສະ​ສົມ.​ປີ​1987,​ຖືກ​ອົງ​ການ​ຢູ​ເນັສ​ໂກ​ຈັດ​ເຂົ້າ​ໃນ​ບັນຊີ​ມໍ​ລະ​ດົກ​ໂລກ.