ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-10-09 18:32:02    
ຈີນ​ເຫັນ​ວ່າ​ການ​ເຄື່ອນ​ໄຫວ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ຄວນ​ຊ່ວຍ​ໃຫ້​ມຽນ​ມາ​ບັນ​ລຸ​ປະ​ຊາ​ທິ​ປະ​ໄຕ​ແລະ​ການ​ພັດ​ທະ​ນາ

cri
ຕາມ​ຂ່າວCRI,ວັນ​ທີ9​ຕຸລາ​ນີ້,ຢູ່​ທີ່​ປັກ​ກິ່ງ,ທ່ານ​ລິວ​ຈ້ຽນຊ່າວ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ,ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດບໍ່​ວ່າ​ໃຊ້​ການ​ເຄື່ອນ​ໄຫວ​ຫຍັງ​ກໍ​ຄວນ​ມີ​ຜົນ​ດີ​ຕໍ່​ຄວາມ​ພະຍາຍາມໄກ່​ເກ່ຍຂອງ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ,​ຊ່ວຍ​ໃຫ້​ມຽນມາ​ບັນ​ລຸ​ສະ​ຖຽນ​ລະ​ພາບ,ຄວາມປອງ​ດອງ​ກັນ,ມີ​ປະ​ຊາ​ທິ​ປະ​ໄຕ​ແລະ​ການ​ພັດ​ທະ​ນາ.

ໃນ​ເວລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ໃນ​ງານ​ຖະ​ແຫຼ​ງຂ່າວ,ທ່ານ​ລິວ​ຈ້ຽນຊ່າວ​ກ່າວ​ວ່າ,​ຈີນ​ສະ​ໜັບ​ສະ​ໜູນ​ວຽກ​ງານ​ໄກ່​ເກ່ຍ​ຂອງ​ທ່ານ​ອິ​ບຼາຮິມ ກຳ​ບາຣີ ທີ່​ປຶກສາ​ພິ​ເສດ​ກ່ຽວ​ກັບ​ບັນຫາ​ມຽນມາ​ຂອງ​ເລຂາທິກາ​ໃຫຍ່​ສະຫະ​ປ​ະຊາ​ຊາດ,ຄັດຄ້ານ​ການ​ລົງ​​ໂທດ​ແລະ​ໃຊ້​ແຮງ​ກົດ​ດັນ​ໃຫ້​ມຽນມາ​ຢ່າງຮອບດ້ານ.ຈີນ​ຫວັງ​ໃຫ້​ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ​ຈົ່ງສົນທະນາ​ແລະ​ປຶກ​ສາ​ຫາ​ລື​ກັນ,​ຊຸກ​ຍູ້​ຄວາມ​ປອງ​ກັນ​ພາຍ​ໃນ​ປະ​ເທດ.ຈີນ​ຈະ​ພ້ອມ​ກັນ​ກັບ​ປະຊາ​ຄົມ​ໂລກ,​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ມີ​ລັກສະນະ​ສ້າງສັນ​​ເພື່ອ​ຄວາມ​ໝັ້ນຄົງ​ຍາວ​ນານ​ແລະ​ການ​ພັດທະນາ​ຂອງ​ມຽນມາ.

ກ່ຽວ​ກັບ​ການ​ພົວພັນ​ຈີນ​ມຽນມາ,ທ່ານ​ລິວ​ຈ້ຽນ​ຊາວ​ກ່າວ​ຢ້ຳ​ວ່າ,​ການ​ພົວ​ພັນ​ຈີນ​ມຽນ​ມາ​ແມ່ນ​ສ້າງ​ຕັ້ງ​ຂຶ້ນ​ຢູ່​ບົນ​ພື້ນຖານ​ຫຼັກ5​ປະການ​ຢູ່​ຮ່ວມ​ກັນ​ໂດຍ​ສັນຕິ,ສອງ​ປະ​ເທດ​ພັດ​ທະ​ນາ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ​ຕາມ​ນ້ຳ​ໃຈ​ສະ​ເໝີ​ພາບ​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ.