ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-10-10 18:46:27    
ເຈົ້າ​ໜ້າ​ທີ່​ປາບ​ປາມ​ຢາ​ເສບ​ຕິດ​ຂອງ​8​ປະ​ເທດ​ອາ​ຊີ​ຝຶກ​ອົບ​ຮົມ​ຢູ່​ແຂວງ​ຢຸນ​ນານ​ຈີນ

cri
ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ​10ຕຸລາ​ນີ້,ຊຸດ​ອົບຮົມ​ການ​ປະຕິບັດ​ກົດໝາຍ​ປາບ​ປາມ​ຢາ​ເສບ​ຕິດ​ຂອງ​ປະ​ເທດ​ອາຊີ​ຊຸດ​ທີ​ສອງ​ໄດ້​ຈັດ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ຢູ່​ນະຄອນ​ຄຸນ​ມິງ​ແຂວງ​ຢຸນ​ນານ ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ,​ເຈົ້າ​ໜ້າ​ທີ່​ຂອງ​8​ປະ​ເທດ​ອາ​ຊີ​ເຊັ່ນ​ຫວຽດ​ນາມ ລາວ​ເປັນ​ຕົ້ນ​ໄດ້​ເຂົ້າ​ຮ່ວມຊຸດ​ອົບຮົມ​ດັ່ງກ່າວ.

ຜູ່​ຮັບ​ຜິດ​ຊອບ​ທີ່ກ່ຽວຂ້ອງ​ຂອງ​ສະ​ຖາ​ບັນ​ຕຳຫຼວດ​ຢຸນນານ​ແຈ້ງ​ໃຫ້​ຊາບ​ວ່າ,​ຊຸດ​ອົບ​ຮົມ​ເທື່ອ​ນີ້​ຈະ​ດຳ​ເນີນ​ເປັນ​ເວລາ20​ມື້,​ເຈົ້າ​ໜ້າ​ທີ່​ແລະ​ຜູ່​ຊ່ຽວ​ຊານ ນັກ​ວິ​ຊາ​ການ​ຂອງ​ພາກ​ສ່ວນ​ແລະ​ຫົວ​ໜ່ວຍ​ຕ່າງໆ​ເຊັ່ນ​ຫ້ອງການ​ຄົ້ນ​ຄວ້າ​ຢາ​ເສບ​ຕິດ​ແລະ​ອາ​ຊະ​ຍາ​ກຳ​ຂອງ​ສະຫະ​ປະຊາ​ຊາດ,​ກະ​ຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ຈີນ​ເປັນ​ຕົ້ນ​ຈະດຳ​ເນີນ​ການ​ອົບ​ຮົມ.​ເນື້ອ​ໃນ​ອົບຮົມ​ລວມ​ມີ​ຫົວ​ຂໍ້​ຕ່າງໆ​ເຊັ່ນ​ລະບຽບ​ການ​ວຽກ​ງານ​ຕຳຫຼວດ​ຈີນ,ສະພາບ​ລວມ​ແຫ່ງ​ການ​ຮ່ວມ​ມື​ປະ​ຕິ​ບັດ​ກົດ​ໝາຍ​ຂອງ​ພາກ​ພື້ນອາຊີ​ປາຊີ​ຟິກ,ບົດ​ວິຈານ​ຍຸດ​ທະ​ສາດ​ປາບ​ປາມ​ຢາ​ເສບ​ຕິດ,ການ​ຮ່ວມ​ມື​ປະ​ຕິ​ບັດ​ກົດໝາຍ​ໃນ​ສາກົນ​ເປັນ​ຕົ້ນ.