ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-10-12 18:27:30    
ຈີນ​ຍິນ​ດີ​ເພີ່ມ​ການ​ນຳ​ເຂົ້າ​ເຕັກ​ນິກ​ອຸ​ປະ​ກອນ​ທີ່​ກ້າວ​ໜ້າ ຊຸກ​ຍູ້​ໃຫ້​ການ​ຄ້າ​ຈີນ​ອາ​ເມ​ລິ​ກາ​ພັດ​ທະ​ນາ​ຢ່າງ​ກ້ຳ​ເກິ່ງ​ກັນ

cri
ຕາມ​ຂ່າວCRI,ວັນ​ທີ12​ຕຸລາ​ນີ້,ຢູ່​ນະຄອນ​ເຊິ່ນ​ເຈີ້ນ ພາກ​ໃຕ້​ຂອງ​ຈີນ,​ທ່ານ​ລ້ຽວ​ສຽວ​ສີ ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ,​ຈີນ​ຍິນ​ດີ​ເພີ່ມ​ການ​ນຳ​ເຂົ້າ​ເຕັກ​ນິກ​ແລະ​ອຸ​ປະ​ກອນ​ທີ່​ກ້າວ​ໜ້າ,​ຊຸ​ກຍູ້​ໃຫ້​ການ​ຄ້າ​ຈີນ​ອາ​ເມ​ລິ​ກາ​ພັດ​ທະ​ນາ​ຢ່າງ​ກ້ຳ​ເກິ່ງກັນ.

ໃນ​ເວທີ​ປຶກສາ​ຫາລືການ​ຮ່ວມ​ມື​ດ້ານ​ອຸດ​ສາ​ຫະ​ກຳ​ເຕັກ​ນິກ​ຈີນ​ອາ​ເມ​ລິ​ກາ​​ໂດຍ​ມີ​ກະຊວງ​ການ​ຄ້າ​ຈີນ​ເປັນ​ເຈົ້າພາບ​ຈັດ​ຂຶ້ນ,ທ່ານ​ລ້ຽວສຽວ​ສີ​ກ່າວ​ວ່າ,​ຈີນ​ຫວັງ​ໃຫ້​ລັດ​ຖະ​ບານ​ອາ​ເມ​ລິ​ກາ​ຜ່ອນຍານ​ການ​ຄວບ​ຄຸມ​ການ​ສົ່ງ​ອອກ​ເຕັກນິກ​ຕື່ມ​ອີກ,​ສ້າງ​ສະ​ພາບ​ແວດ​ລ້ອມ​ທີ່​ດີ​ໃຫ້​ແກ່​ສອງ​ຝ່າຍ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ໄຮ​ເທັກ.ຈີນ​ກໍ​ຍິນ​ດີ​ຕ້ອນ​ຮັບ​ວິ​ສາ​ຫະກິດ​ອາ​ເມ​ລິ​ກາ​ເພີ່ມ​ການ​ລົງທຶນ​ໃນ​ຂົງ​ເຂດ​ໄຮ​ເຕັກ​ຂອງ​ຈີນ.

ທ່ານ​ລ້ຽງ​ສຽວ​ສີ​ກ່າວ​ເນັ້ນ​ວ່າ,ຈີນ​ຈະ​ສືບ​ຕໍ່​​ເພີ່ມ​ທະວີ​ການ​ປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນ​ຍາ​ຢ່າງ​ບໍ່​ລົດ​ລະ,ສ້າງ​ສະພາບ​ແວດ​ລ້ອມ​ທີ່​ມີ​ຜົນ​ດີກ​ວ່າ​ເກົ່າ​ເພື່ອ​ດຳ​ເນີນ​ການ​ຮ່ວມ​ມື​ກັບ​ຕ່າງ​ປະ​ເທດໃນ​ຂົງ​ເຂດ​ໄຮ​ເທັກ.