ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-10-12 18:39:34    
ຈີນ​ຍິນ​ດີ​ຮ່ວມກັບ​ປະຊາ​ຄົມ​ໂລກພ້ອມ​ກັນ​ສືບ​ຕໍ່​ຕັ້ງ​ໜ້າຊຸກ​ຍູ້ການ​ແກ້​ໄຂ​ບັນຫາ​ມຽນມາ

cri
ຕາມ​ຂ່າວ CRI: ວັນ​ທີ 12 ຕຸລາ​ນີ້, ຢູ່​ທີ່​ປັກ​ກິ່ງ, ທ່ານ​ລິວ​ຈ້ຽນຊ່າວ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າ​ວວ່າ, ​ເວົ້າ​ເຖິງ​ກົກ​ເຖິງ​ຮາກ​ແລ້ວ, ບັນຫາ​ມຽນມາຕ້ອງການ​ປະຊາຊົນ​ແລະ​ລັດຖະບານ​ມຽນມາ​ອາ​ໄສ​ຄວາມ​ພະ​ຍາຍາມ​ຂອງ​ຕົນ, ​ແກ້​ໄຂ​ໃຫ້​ເໝາະ​ສົມ​ໂດຍ​ຜ່ານ​ການ​​ເປິກສາຫາລື​ກັນ. ສ່ວນ​ຈີນ​ຍິນ​ດີຮ່ວມກັບ​ປະຊາ​ຄົມ​ໂລກ, ສືບ​ຕໍ່​ຕັ້ງໜ້າ​ຊຸກ​ຍູ້​ການ​ແກ້​ໄຂບັນຫາ​ມຽນມາ​ໃຫ້​ເໝາະ​ສົມ.

​ໃນ​ເວລາ​ຕອບ​ຄຳ​ຖາມ​ກ່ຽວ​ກັບ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ຜ່ານ​ຖະ​ແຫຼງການກ່ຽວ​ກັບ​ບັນຫາ​ມຽນມາ, ທ່ານ​ລິວຈ້ຽນຊ່າວ​ກ່າວ​ວ່າ, ສະພາ​ຄວາມ​ໝັ້ນຄົງ​ຜ່ານ​ຖະ​ແຫຼງການ​ກ່ຽວ​ກັບ​ເລື່ອງ​ນີ້​ແມ່ນ, ມີ​ຈຸດປະສົງ​ເພື່ອ​ສະໜັບສະໜູນ​ຄວາມ​ພະ​ຍາ​ຍາມ​​ໄກ່​ເກ່ຍຂອງ​ເລຂາທິການ​ໃຫຍ່​​ແລະທ່ານ​ອີ​ບຼາຮິມ​ ກາມ​ບູຣີ​ທີ່​ເປິກສາ​ພິ​ເສດ​ຂອງ​ອົງການ​ສະຫະ​ປະຊາ​ຊາດ, ​ໃຫ້ການ​ຊ່ອຍ​ເຫຼືອທີ່​ມີ​ລັກສະນະ​ສ້າງສັນ​ໃຫ້​ຝ່າຍ​ຕ່າງໆ​ຂອງ​ມຽນມາ​ເພື່ອ​ບັນລຸ​ຄວາມ​ປອງ​ດອງ​ກັນ​ພາຍ​ໃນ​ປະ​ເທດ​ໂດຍ​ຜ່ານ​ການ​ເຈລະຈາ, ຊຸກ​ຍູ້​ປະຊາທິປະ​ໄຕ​ແລະ​ການ​ພັດທະນາ.