ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-10-13 17:39:53    
ກິດຈະກຳ"ງານ​ສິງ​ກະ​ໂປ​ຢູ່​ຈີນ​ປີ 2007"​ເປີດ​ສາກ​ທີ່​ປັກ​ກິ່ງ

cri Author: mo
ຕາມ​ຂ່າວສານ​ຊີ​ນຮວາ: ຕອນ​ຄ່ຳ​ວັນ​ທີ 12 ຕຸລາ​ນີ້, ກິດຈະກຳ​ແລກປ່ຽນ​ວັດທະນະທຳ​ຕ່າງໆ​ຂອງ"ງານ​ສິງກະ​ໂປ​ຢູ່​ຈີນ​ປີ 2007"​ໄດ້​ເປີດ​ສາກ​ທີ່​ປັກ​ກິ່ງ. ​ໃນ​ພິທີ​ເປີດ​ສາກ, ສິລະ​ປິນຮ້ອຍ​ກວ່າ​ຄົນ​ທີ່​ມາ​ຈາກ​ສິງກະ​ໂປ​ໄດ້ສະ​ແດງ​ລາຍການ​ສິລະ​ປະ​ທີ່​ມີ​ສີສັນ​ສິງກະ​ໂປ​.

ໃນ​ພິທີ​ເປີດ​ສາກ, ທ່ານ​ລີ​ບູນຢາງ ລັດຖະມົນຕີ​ວ່າການ​ກະຊວງ​ຖະ​ແຫຼງຂ່າວ​ໂທລະ​ຄົມ​ແລະ​ສິລະ​ປະສິງກະ​ໂປ​ກ່າວ​ວ່າ, ງານ​ສິງກະ​ໂປ​ແມ່ນ​​ໂຄງການ​ສຳຄັນ​ຫຼັງຈາກ​ສອງ​ປະ​ເທດ​ເພີ່ມ​ທະວີ​ການ​ຮ່ວມ​ມື​ວັດທະນະທຳ​ແລ້ວ.

ໃນ​ໄລຍະ​ດຳ​ເນີນ​ງານ​ສິງກະ​ໂປ, 10 ກວ່າຄະນະ​ສິລະ​ປະຂອງ​ສິງກະ​ໂປ​ຈະ​ໂຮມ​ສຸນ​ສະ​ແດງ​ສິລະ​ປະ, ​ເນື້ອ​ໃນ​ກ່ຽວ​ພັນ​ເຖີງຫຼາຍຮູບ​ການ​ສິລະ​ປະ​ເຊັ່ນ​ດົນຕີ ງີ້ວ ​ເຕັ້ນລຳ ຖ່າຍຮູບ ວັນນະຄະດີ ຮູບ​ເງົາ ​ແລະ​ການ​ອອກ​ແບບ​ເປັນຕົ້ນ. ​ແຕ່​ວັນ​ທີ 21 ຕຸລາ​ເປັນຕົ້ນ​ໄປ, ກິດຈະກຳ​ດັ່ງກ່າວ​ຈະ​ຍ້າຍ​ໄປ​ຊຽງ​ໄຮ້.