ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-10-14 18:37:04    
ງານ​ວາງສະ​ແດງ​ສິ​ລະ​ປະ​ຂອງ​ສິງ​ກະ​ໂປ​ໄດ້​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ

cri Author: mo
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 14 ຕຸລາ​ນີ້, ງານ​ວາງສະ​ແດງ​ສິລະ​ປະ​ຂອງ​ສິງກະ​ໂປ​​ເຊິ່ງຫໍ​ວິຈິດ​ຕະກຳ​ຈີນ​ແລະ​ກົມ​ວັດຖຸບູຮານ​ແຫ່ງ​ຊາດ​ສິງກະ​ໂປ​ຮ່ວມ​ກັນ​ເປັນ​ເຈົ້າພາບ​ໄດ້​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ.

ງານ​ວາງສະ​ແດງ​ເທື່ອ​ນີ້​ແມ່ນ​ກິດຈະກຳ​ສຳຄັນ​ອັນ​ໜຶ່ງ​ຂອງ​ກິດຈະກຳ​ແລກປ່ຽນ​ວັດທະນະທຳ​ຕ່າງໆ​ຂອງ"ງານ​ສິງກະ​ໂປ​ຢູ່​ຈີນ​ປີ 2007". ງານ​ວາງສະ​ແດງ​ດັ່ງກ່າວ​​ໃຊ້​ຮູບ​ພາບ​ຂອງ​ຜູ້​ອາວຸ​ໂສ​ສິລະ​ປະ​ຂອງ​ສິງກະ​ໂປມາສະ​ແດງ​ປະ​ເພນີ​ຂອງ​ສິງກະ​ໂປ​ອັນ​ເຂັ້ມຂຸ້ນ, ​ແລະ​ສ່ອງ​ແສງການ​ພົວພັນ​ລະຫວ່າງ​ສິລະ​ປະ​ສິງກະ​ໂປ​ກັບ​ສິລະ​ປະ​ຈີນ.

ມື້​ດຽວ​ກັນ, ຫໍ​ວິ​ຈິດຕະກຳ​ຈີນ​ກັບ​ຫໍ​ວິຈິດ​ຕະກຳ​ສິງກະ​ໂປ​ໄດ້​ເຊັນ​ບົດ​ບັນທຶກ​ຊ່ອຍ​ຈຳ, ກຳນົດ​ສອງ​ຝ່າຍ​ເພີ່ມ​ທະວີ​ການ​​ຮ່ວມ​ມື​ໃນ​ອະນາຄົດ.