ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-10-16 16:25:04    
ຈີນ​ສົ່ງ​ເສີມ​​ເຕັກ​ນິກ​ອຸດສາ​ຫະ​ກຳ​ການ​ທະ​ຫານ​ຢ່າງ​ຕັ້ງ​ໜ້າ​ເພື່ອ​ຈຸດປະ​ສົງ​ສັນ​ຕິ​ພາບ

cri Author: cai

ຕາມ​ຂ່າວສານ​ຊີ​ນຮວາ:ບົນ​ພື້ນຖານທີ່​ໄດ້​ສັນນິຖານສະພາບ​ແວດ​ລ້ອມ​ສາກົນ​ແລະ​ພິຈາລະນາ​ເຖິງ​ຄວາມ​ຕ້ອງການ​ຂອງ​ການ​ສ້າງສາ​​ເສດຖະກິດ​ຂອງ​ຈີນ,​ໃນ 20 ກວ່າ​ປີ​ມາ​ນີ້,ລັດຖະບານ​ຈີນ​ໄດ້​ສົ່ງ​ເສີມເຕັກນິກ​ອຸດສາຫະກຳ​ການ​ທະຫານ​ຢ່າງ​ຕັ້ງໜ້າ​ເພື່ອ​ຈຸດປະສົງ​ສັນຕິພາບ,ປະຈຸ​ບັນ,​ໄດ້ມີ​ 1 ​ແສນ​ກວ່າ​ໂຄງການ​ອຸດສາ​ຫະກຳ​ການ​ທະຫານ​ຫັນ​ໄປ​ໃຊ້​​ໃນທາງ​ພົນລະ​ເຮືອນ,ອັນ​ໄດ້​ຊຸກຍູ້​ຢ່າງ​ແຂງ​ແຮງ​ໃຫ້​ລະດັບ​ວິທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ຂອງ​ຈີນ​ໃຫ້​ສູງ​ຂຶ້ນ.

ປີ​ນີ້,ຄະນະ​ກຳມະການ​ອຸດສາຫະກຳ​ວິທະ​ຍາສາດ​ເຕັກ​ໂນ​ໂລ​ຊີ​ປ້ອງ​ກັນ​ປະ​ເທດຈີນ​ທີ່​ຮັບຜິດຊອບ​ການຈັດ​ຕັ້ງ​ແລະ​ປະສານ​ງານ​ການ​ພັດທະນາ​ຂອງ​ອຸດສາ​ຫະກຳ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ປ້ອງ​ກັນ​ປະ​ເທດ​ຂອງ​ຈີນ​ໄດ້​ຈັດ​ຕັ້ງ​ຄະນະ,ນຳ​ເອົາ​ເຕັກ​ນິກ​​ແລະ​ໝາກ​ຜົນຂອງ​ການ​ຫັນ​ການ​ທະຫານ​​ເປັນ​ພົນ​ລະ​​ເຮືອນ 500 ກວ່າ​ລາຍ​ໄປ​ເຂົ້າ​ຮ່ວມ​ງານ​ຕະຫຼາດ​ນັດໝາກ​ຜົນ​​ເຕັກນິກ​ສູງ​ແລະ​ໃໝ່​ສາກົນ​ຈີນ​ທີ່​ຈັດ​ຂຶ້ນ​ຢູ່​ນະຄອນ​ເສິນ​ເຈິ້ນ​​ເປັນ​ຄັ້ງ​ທຳ​ອິດ.

ຜູ້​ຮັບຜິດ​ຊອບ​ທີ່​ກ່ຽວຂ້ອງ​ກ່າວ​ວ່າ,​ໃນ​ຫຼາຍ​ປີ​ມາ​ນີ້,ອຸດສາຫະກຳ​ການ​ທະຫານ​ຈີນ​ຜະລິດ​ຜະລິດ​ຕະພັນ​ທາງ​ການ​ທະຫານ​ແລະທາງ​ພົນລະ​ເຮືອນນັ້ນໄດ້​ມີ​ການ​ຄືບ​ໜ້າ​ຢ່າງ​ຫຼວງ​ຫຼາຍ,ຈີນ​ຈະ​ສ້າງ​ລະບຽບ​ການ​ຫັນໝາກຜົນ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ປ້ອງ​ກັນ​ປະ​ເທດ​ທີ່​​ເໝາະ​ກັບ​ກາລະ​ເວລາ ​ເປັນ​ແບບ​​ແຜນແລະ​ປະສານ​ສົມທົບ​ກັນ​ຕື່ມ​ອີກ,ອອກ​​ແຮງພັດທະນາ​ເຕັກນິກ​ທີ່ໃຊ້​ທາງ​ການ​ທະຫານ​ແລະ​ພົນລະ​ເຮືອນ​ນຳ​ກັນ.