ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-10-17 18:04:45    
ກະຊວງ​ການ​ຕ່າງ​ປະ​ເທດ​ຈີນ​ເຫັນ​ວ່າ, ຜູ້​ນຳ​ອາ​ເມ​ລິ​ກາ​ພົບ​ປະ​ພະ​ດາ​ໄລ​ລາ​ມະ​ແມ່ນ​ການ​ແຊກ​ແຊງ​ວຽກ​ງານ​ພາຍ​ໃນ​ຂອງ​ຈີນ​ຢ່າງ​ຮ້າຍ​​ແຮງ

cri Author: MO
ຕາມ​ຂ່າວCRI: ວັນ​ທີ 17 ຕຸລາ​ນີ້, ​ໃນ​ເວລາ​ຕອບຄຳຖາມນັກ​ຂ່າວ​ຢູ່​ທີ່​ປັກ​ກິ່ງ, ທ່ານ​ລິວ​ຈ້ຽນຊ່າວ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ຜູ້ນຳ​ອາ​ເມ​ລິ​ກາ​ພົບ​ປະພະດາ​ໄລລາມະແມ່ນ​ການ​ແຊກ​ແຊງ​ວຽກ​ງານ​ພາຍ​ໃນ​ຂອງ​ຈີນ​ຢ່າງ​ຮ້າຍ​​ແຮງ, ຝ່າຍ​ຈີນ​ຄັດຄ້ານ​ຢ່າງ​ເດັດ​ດ່ຽວ.

ມື້​ດຽວ​ກັນ, ມີ​ນັກ​ຂ່າວ​ຖາມ​ວ່າ, ວັນ​ທີ 16 ຕຸລາ​ນີ້, ທ່ານ​ຈອດ ບຸ​ສ ປະທານາທິບໍດີ​ອາ​ເມ​ລິ​ກາ​ໄດ້​ພົບ​ປະພະດາ​​ໄລ​ລາມະຢູ່​ທຳນຽບຂາວ, ຝ່າຍ​ຈີນ​ມີ​ການວິຈານ​ແນວ​ໃດ​ຕໍ່​ເລື່ອງ​ນີ້.

ທ່ານ​ລິວ​ຈ້ຽງຊ່າວ​ກ່າວ​ວ່າ, ກິລິຍາວາຈາຂອງພະ​ດາ​ໄລລາ​ມະ​ໃນ​ຫຼາຍສິບ​ປີມາ​ນີ້​​ໄດ້ສະ​ແດງ​ໃຫ້​ເຫັນ​ວ່າ, ​ເຂົາແມ່ນ​ຜູ້​ພັດ​ຖິ່ນ​ການ​ເມືອງ​ທີ່​ຖື​ຄັນ​ຕາ​ລະ​ບັດ​ຂອງ​ສາດ​ສະໜາ​, ​ເພື່ອ​ເຄື່ອນ​ໄຫວແບ່ງ​ແຍກ​ປະ​ເທດ​ຊາດເປັນ​​ເວລາ​ຍາວ​ນານ. ຜູ້ນຳ​ອາ​ເມ​ລິ​ກາ​ພົບ​ປະພະ​ດາ​ໄລ​ລາມະ​ໄດ້​ຝ່າຝືນ​ຫຼັກການພື້ນຖານ​ຂອງ​ການພົວພັນລະຫວ່າງ​ຊາດຢ່າງ​ໜັກໜ່ວງ, ​ເຮັດ​ໃຫ້ປະຊາຊົນ​ຈີນ​ບໍ່ພໍ​ໃຈຢ່າງ​ຮ້າຍ​ແຮງ, ຝ່າຍ​ຈີນ​ບໍ່ພໍ​ໃຈທີ່​ສຸດຕໍ່​ເລື່ອງ​ນີ້, ​​ແລະໄດ້​ສະ​ແດງ​ຄວາມ​ບໍ່ພໍ​ໃຈຢ່າງ​ເຂັ່ງຂືມຫຼາຍ​ເທື່ອ​ຕໍ່​ອາ​ເມ​ລິ​ກາ​. ຝ່າຍ​ຈີນ​ໄດ້​ເຕືອນ​ຫຼາຍ​ເທື່ອໃຫ້​ຝ່າຍ​ອາ​ເມ​ລິ​ກາ​ແກ້ຄວາມ​ຜິດພາດ​ແລະ​ເຊົາ​ແຊກ​ແຊງ​ວຽກ​ງານ​ພາຍ​ໃນ​ຂອງ​ຈີນ​ດ້ວຍ​ວິທີ​ຕ່າງໆ.

ທ່ານ​ລີ​ວຈ້ຽນຊ່າວ​ກ່າວ​ວ່າ, ​ເຂດ​ຕິ​ເບ​ດ​ແມ່ນ​ພາກສ່ວນ​ໜຶ່ງ​ຂອງດິນ​ແດ​ນ​ຈີນ​ທີ່​ຕັດ​ແຍກ​ບໍ່​ໄດ້, ວຽກ​ງານ​ເຂດ​ຕິ​ເບ​ດ​ແມ່ນ​ວຽກ​ງານ​ພາຍ​ໃນ​ຂອງ​ຈີນ​ລ້ວນ​ໆ, ຝ່າຍ​ຈີນ​ເດັດດ່ຽວ​ຄັດຄ້ານ​ປະ​ເທດ​ໃດ​ໆແລະ​​ໃຜ​ກໍ່ຕາມ​ທີ່​ໃຊ້​ບັນຫາ​ພະດາ​ໄລ​ລາມະມາ​ແຊກ​ແຊງ​ວຽກ​ງານ​ພາຍ​​ໃນ​ຂອງ​ຈີນ.