ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-10-18 17:37:21    
ຈີນ​ສາມາດ​ສະ​ໜອງ​ສິ່ງ​ແວດ​ລ້ອມ​ອັນ​ດີ​ງາມ​​ໃນ​ດ້ານ​ສິດ​ຊັບ​ສິນ​ທາງ​ປັນ​ຍາ​ໃຫ້​ງານ​ກິ​ລາ​ໂອ​ລິມ​ປິກ

cri Author: MO
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 18 ຕຸລາ​ນີ້ ຢູ່​ທີ່​ປັກ​ກິ່ງ, ທ່ານ​ຖຽນລີ້​ພູ ຫົວໜ້າ​ກົມ​ສິດ​ຊັບ​ສິນ​ທາງ​ປັນຍາ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ, ຈີນ​ສາມາດ​ສະໜອງ​ສິ່ງ​ແວດ​ລ້ອມ​ອັນ​ດີງາມ​ດ້ານ​ສິດ​ຊັບ​ສິນ​ທາງ​ປັນຍາ​ໃຫ້​ງານ​ກິລາ​ໂອ​ລິມປິກ.

ທ່ານ​ກ່າວ​ວ່າ, ພາຍຫຼັງປັກ​ກິ່ງຮ້ອງ​ຂໍ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ຢ່າງ​ສຳ​ເລັດ​ຜົນ​ແລ້ວ, ລັດຖະບານ​ຈີນ​ໄດ້​ປະກາດ​ລະບຽບ​ປົກ​ປັກ​ຮັກສາ​ກາ​ໝາຍ​ໂອ​ລິ​ມປິກ. ຫຼັງຈາກ​ນັ້ນ, ພາກສ່ວນ​ທີ່​ກ່ຽວຂ້ອງ​ຕ່າງໆ​ຂອງ​ລັດຖະບານ​ຈີນ​ກໍ່​ໄດ້​ປະກາດ​ກົດ​ລະບຽບ​ການ​ບໍລິຫານ​ທີ່​ສົມ​ຄູ່​ກັນ. ຕົວຢ່າງ​ຄື, ກົມສິດ​ຊັບ​ສິນ​ທາງ​ປັນຍາ​ແຫ່ງ​ຊາດ​ກໍ​ໄດ້​ວາງ​ກົດ​ລະບຽບ​ໂດຍ​ສະ​ເພາະ​ກ່ຽວ​ກັບບັນຫາ​ອອກ​ແບບຜະລິດ​ຕະພັນ​ໂອ​ລິ​ມປິກ, ກົມ​ໃຫຍ່​​ພາສີອາກອນ​ແຫ່ງ​ຊາດ​ແລະ​ກົມ​ໃຫຍ່​ຄຸ້ມ​ຄອງບໍລິຫານ​ອຸດສາຫະກຳ​ການ​ຄ້າ​​ແຫ່ງ​ຊາດ​ຈີນ​ເປັນຕົ້ນກໍ​ໄດ້​ວາງ​ກົດ​ລະບຽບ​ຂອງ​ໃຜລາວ, ນັບ​ລວມ​ແລ້ວມີ​ເຖິງ 10 ກວ່າ​ລະບຽບ.

ທ່ານ​ຖຽນລີ້​ພູ​ກ່າວ​ວ່າ, ​ເຄີຍ​ມີສັດ​ນຳໂຊກຂອງ​ໂອ​ລິ​ມປິກ​​ກັບ​ສິນຄ້າ​ພິ​ເສດ​ໂອ​ລິ​ມປິກຖືກ​ລະ​​ເມີດ​ສິດ, ​ແຕ່​​ບໍ່​ໜັກປານ​ໃດ.