ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-10-19 11:06:16    
ຄະນະ​ກຳມາ​ທິການ​ວຽກ​ງານ​ການ​ຕ່າງ​ປະ​ເທດ​ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ສະ​ແດງ​ຄວາມ​ຄຽດ​ແຄ້ນ​ຢ່າງ​ຮຸນ​ແຮງ​ແລະ​ຄັດ​ຄ້ານ​ຢ່າງ​ເດັດດ່ຽວ​ຕໍ່​ລັດ​ຖະ​ສະ​ພາ​ອາ​ເມ​ລິ​ກາ​ມອບ​ລາງ​ວັນ​​ໃຫ້​​ດາ​ໄລ​ລາ​ມະ

cri Author: mo
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 18 ຕຸລາ​ນີ້, ຜູ້​ຮັບຜິດຊອບ​ຄະນະ​ກຳມາ​ທິການວຽກ​ງານ​ການ​ຕ່າງປະ​ເທດ​ຂອງ​ສະພາ​ປະຊາຊົນ​​ແຫ່ງ​ຊາດ​ຈີນ​​ໃຫ້​ສຳພາດກ່ຽວ​ກັບ​ລັດ​ຖະສະພາ​ອາ​ເມ​ລິ​ກາ​ມອບ​ອັນ​ທີ່​ວ່າ"ຫຼຽນຄຳ​ລັດຖະສະພາ"​ໃຫ້​​ດາ​ໄລລາ​ມະ, ຊີ້​ອອກ​ວ່າ, ນີ້​ແມ່ນການ​ແຊກ​ແຊງວຽກ​ງານ​ພາຍ​ໃນ​ຂອງ​ຈີນ​ຢ່າງ​ຮ້າຍ​ກາດ, ​ໄດ້​ບາດ​ໃຈ​ປະຊາຊົນ​ຈີນ​ຢ່າງ​ໜັກໜ່ວງ, ຝ່າຍ​ຈີນ​ສະ​ແດງ​ຄວາມ​ຄຽດ​ແຄ້ນ​ຢ່າງ​ຮຸນ​ແຮງ​ແລະ​ຄັດຄ້ານ​ຢ່າງ​ເດັດດ່ຽວ​ຕໍ່​​ເລື່ອງ​ນີ້.

ຜູ້​ຮັບຜິດຊອບ​ຊີ້​ອອກ​ວ່າ, ​ແຕ່​ບູຮານ​ນະ​ການ​ມາ​ນີ້, ​ເຂດ​ຕິ​ເບ​ດກໍ​ແມ່ນ​ດິດ​ແດນສ່ວນ​ໜຶ່ງ​ທີ່​ຕັດ​ແຍກ​ບໍ່​ໄດ້​ຂອງ​ຈີນ. ​ໃນຫຼາຍສິບ​ປີ​ມາ​ນີ້, ​ດາ​ໄລລາ​ມະ​ບໍ່​ໄດ້​ປະລະຫຼັກໝັ້ນ"ຕິ​ເບ​ດ​ເປັນ​ເອກະລາດ"ຈັກ​ເທື່ອ, ​ແມ່ນ​ຜູ້​ພັດ​ຖີ່​ນການ​ເມືອງ​ທີ່​ນຸ່ງ​ຊຸດ​ສາດສະດາ​ທີ່ເຈດ​ຕະນາ​ແບ່ງ​ແຍກ​ປະ​ເທດ​ຊາດ, ພາຍຫຼັງພັດ​ຖີ່​ນ​ໄປ​ຕ່າງປະ​ເທດ​ແລ້ວ, ​​ເຂົາ​ບໍ່​ໄດ້​ເຮັດ​ເລື່ອງ​ດີ​ຫຍັງ​ໃຫ້​ແກ່ການ​ພັດທະນາ​ແລະ​ປະຊາຊົນ​ເຂດ​ຕິ​ເບ​ດ, ​ເຂົາ​ຈະຕາງໜ້າ​ປະຊາຊົນ​ເຂດ​ຕິ​ເບ​ດບໍ່​ໄດ້. ບັນຫາ​ດາ​ໄລ​ລາ​ມະ​ບໍ່​ແມ່ນ​ບັນຫາ​ຊົນ​​ເຜົ່າ​ແລະ​ສາດສະໜາ, ກໍ່​ບໍ່​ແມ່ນ​ບັນຫາ​ສິດທິ​ມະນຸດ, ຫາກ​ແມ່ນ​ບັນຫາ​ການ​ເມືອງ​ອັນໜັກໜ່ວງ​ທີ່​ເຈດ​ຕະນາ​ຕັດ​ແຍກ​ປະ​ເທດ​ຊາດ.

ຜູ້​ຮັບຜິດຊອບ​ກ່າວ​ວ່າ, ລັດຖະສະພາ​ອາ​ເມ​ລິ​ກາມ​ອບລາງວັນ​ໃຫ້​ດາ​ໄລ​ລາ​ມະແມ່ນ​ສົ່ງ​ສັນຍາ​ຜິດພາດ​ໃຫ້​ອິດ​ທິກຳລັງ​ແບ່ງ​​ແຍກ​ທີ່​ເຈດ​ຕະນາ​ສະ​ແຫວງຫາ"ຕິ​ເບ​ດ​ເປັນ​ເອກະລາດ", ​ໄດ້​ທຳລາຍ​ການ​ພົວພັນ​ຈີນ​ອາ​ເມ​ລິ​ກາ​ແລະ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ສຳຄັນຂອງ​ສອງ​ຝ່າຍ​ຢ່າງ​ໜັກໜ່ວງ.