|
 |
(GMT+08:00)
2007-10-23 10:18:53
|
 |
ກອງປະຊຸມລັດຖະມົນຕີກະຊວງກວດກາຄຸນນະພາບຈີນ-ອາຊຽນຄັ້ງປະຖົມມະເລີກຈະຈັດຂຶ້ນຢູ່ນະຄອນນານນິງເຂດກວາງຊີຈີນ
cri
ຕາມຂ່າວສານຊິນຮວາ,ກອງປະຊຸມລັດຖະມົນຕີກະຊວງກວດກາຄຸນນະພາບຈີນ-ອາຊຽນຄັ້ງປະຖົມມະເລີກຈະຈັດຂຶ້ນຢູ່ນະຄອນນານນິງເຂດກວາງຊີຈີນແຕ່ວັນທີ28ຫາວັນທີ29ຕຸລານີ້.
ວັນທີ22ຕຸລານີ້,ກົມໃຫຍ່ຕິດຕາມກວດກາຄຸນນະພາບແລະກວດກາພະຍາດແຫ່ງຊາດຈີນແຈ້ງຂ່າວວ່າ,ກອງປະຊຸມເທື່ອນີ້ຈະປຶກສາຫາລືໃນຫົວຂໍ້ທີ່ວ່າການຄຸ້ມຄອງແລະການຮ່ວມມືດ້ານຄວາມປອດໄພຂອງອາຫານ, ປົກປ້ອງສິດແລະຜົນປະໂຫຍດຂອງຜູ່ບໍລິໂພກ, ທົບທວນຄືນແລະຕີລາຄາສະພາບການຮ່ວມມືດ້ານການກວດກາຄຸນນະພາບລະຫວ່າງຈີນກັບອາຊຽນ,ແນະນຳກົດໝາຍກົດບັນຍັດ,ມາດຕະຖານແລະລະບຽບການຄຸ້ມຄອງຄວາມປອດໄພຂອງອາຫານ,ລະບົບຢືນຢັນຮັບຮອງອາຫານແລະຜະລິດຕະພັນກະສິກຳ,ວຽກງານຈຸດໜັກແລະຍຸດທະສາດພັດທະນາໃນປັດຈຸບັນຂອງປະເທດຕ່າງໆ,ພ້ອມດ້ວຍສະພາບການຮ່ວມມືດ້ານຄວາມປອດໄພຂອງອາຫານລະຫວ່າງຈີນກັບອາຊຽນເປັນຕົ້ນ.
ທີ່ປະຊຸມຈະວາງຂໍ້ລິເລີ່ມກ່ຽວກັບການເພີ່ມທະວີການຮ່ວມມືດ້ານຄວາມປອດໄພຂອງອາຫານຈີນອາຊຽນແລະເຊັນຖະແຫຼງການຮ່ວມນານນິງ.ຜູ່ຮັບຜິດຊອບທີ່ກ່ຽວຂ້ອງຂອງກົມໃຫຍ່ຕິດຕາມກວດກາຄຸນນະພາບແລະກວດກາພະຍາດແຫ່ງຊາດຈີນກ່າວວ່າ,ກອງປະຊຸມເທື່ອນີ້ຈະເປັນຂີດໝາຍສະແດງໃຫ້ເຫັນວ່າການສ້າງຕັ້ງກົນໄກປຶກສາຫາລືລະດັບລັດຖະມົນຕີກະຊວງກວດກາຄຸນນະພາບຈີນ-ອາຊຽນຈະມີຜົນດີຕໍ່ການຊຸກຍູ້ການກໍ່ສ້າງເຂດການຄ້າເສລີຈີນ-ອາຊຽນແລະການຄ້າລະຫວ່າງຈີນກັບບັນດາປະເທດອາຊຽນໃຫ້ພັດທະນາຢ່າງວ່ອງໄວແລະປອດໃສ,ມີຜົນດີຕໍ່ການເພີ່ມຄວາມເຂົ້າໃຈກັນແລະການຮ່ວມມືລະຫວ່າງຈີນກັບອາຊຽນພ້ອມດ້ວຍພາກສ່ວນກວດກາຄຸນນະພາບຂອງລັດຖະບານ10ປະເທດສະມາຊິກຂອງອາຊຽນ.
|
|
|