ຈີນມີແຜນຈະລົງທຶນ 1 ຕື້ 500 ລ້ານຢວນເພື່ອສະໜັບສະໜູນການຄົ້ນຄວ້າພັດທະນາອຸດສາຫະກຳລົດຍົນ
cri
Author: mo
ຕາມຂ່າວCRI: ວັນທີ 23 ຕຸລານີ້, ຢູ່ທີ່ປັກກິ່ງ, ທ່ານຈ່າງສຽວອີ ຮອງປະທານສະຫະພັນອຸດສາຫະກຳກົນຈັກຈີນກ່າວວ່າ, ໃນ 5 ປີນັບແຕ່ປີ 2006 ເປັນຕົ້ນໄປ, ຈີນມີແຜນຈະລົງທຶນ 1 ຕື້ 500 ລ້ານຢວນເພື່ອສະໜັບສະໜູນການຄົ້ນຄວ້າພັດທະນາອຸດສາຫະກຳລົດຍົນ.
ທ່ານຈ່າງສຽວອີກ່າວວ່າ, ໃນອະນາຄົດ, ຈີນຈະສະນັບສະໜູນການຄົ້ນຄວ້າພັດທະນາແລະຜະລິດລົດຍົນທີ່ມີລິຂະສິດແລະຍີ່ຫໍ້ຂອງຕົນເອງໂດຍສະເພາະແມ່ນລົດຍົນແບບປະຢັດພະລັງງານແລະອະນຸລັກສິ່ງແວດລ້ອມ. ນອກນີ້, ຈີນຍັງຈະໃຫ້ນະໂຍບາຍພິເສດໃນດ້ານສ່ວນສາອາກອນແກ່ລົດຍົນແບບປະຢັດພະລັງງານແລະອະນຸລັກສິ່ງແວດລ້ອມ.
ປັດຈຸບັນ, ໃນຂົງເຂດລົດຍົນໃຊ້ທາງການຄ້າຂອງຈີນ, ລົດຍົນທີ່ມີລິຂະສິດແລະເປັນຍີ່ຫໍ້ຂອງຕົນ ຈີນກວມປະມານ 80% ຂອງໂກຕາໃນຕະຫຼາດ, ໃນຂົງເຂດລົດເກ໋ງ, ລົດຍົນທີ່ມີລິຂະສິດແລະຍີ່ຫໍ້ຂອງຕົນເອງກວມປະມານ 30%.
|
|