|
 |
(GMT+08:00)
2007-10-23 16:53:02
|
ຈີນກັບອາຊຽນເອົາໃຈໃສ່ການຮ່ວມມືໃນຂະແໜງການໄຟຟ້າ
cri
Author: cai
ຕາມຂ່າວສານຊີນຮວາ:ເວທີປຶກສາຫາລືການຮ່ວມມືແລະການພັດທະນາໄຟຟ້າລະຫວ່າງຈີນ-ອາຊຽນຈະຈັດຂຶ້ນຢູ່ນະຄອນນານນີງ ເຂດກວາງຊີແຕ່ວັນທີ 28ຫາວັນທີ 29 ຕຸລານີ້,ເຈົ້າໜ້າທີ່ລະດັບລັດຖະມົນຕີແລະບຸກຄົນຂະແໜງການໄຟຟ້າທີ່ມາຈາກຈີນແລະປະເທດອາຊຽນລວມປະມານ 300 ຄົນຈະເຂົ້າຮ່ວມເວທີປຶກສາຫາລືດັ່ງກ່າວແລະຄົ້ນຄວ້າຫາລືການຮ່ວມມືແລະການພັດທະນາໄຟຟ້າ.
ເວທີປຶກສາຫາລືເທື່ອນີ້ແມ່ນການເຄື່ອນໄຫວສຳຄັນໃນໄລຍະງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 4 ແລະກອງປະຊຸມສຸດຍອດການຄ້າແລະການລົງທຶນຈີນ-ອາຊຽນ.
|
|
|