ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-10-24 17:00:57    
ກອງ​ປະ​ຊຸມ​ສຸດ​ຍອດ​ການ​ຄ້າ​ແລະ​ການ​ລົງ​ທຶນ​ຈີນ​-​ອາ​ຊຽນ​ຄັ້ງ​ທີ​4​ສຸມ​ໃສ່​ການ​ຮ່ວມ​ມື​ດ້ານ​ການ​ຄ້າ​ການ​ບໍ​ລິ​ການ​ແລະ​ການ​ທະ​ນາ​ຄານ

cri
ຕາມ​ຂ່າວສານ​ຊິ​ນຮວາ,ສະມາຄົມ​ສົ່ງ​ເສີມ​ການ​ຄ້າ​ຂອງ​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈວ້າງ​ກວາງ​ຊີ​ຈີນ​ແຈ້ງ​ຂ່າວ​ວ່າ,ກອງ​ປະຊຸມ​ສຸດ​ຍອດ​ການ​ຄ້າ​ແລະ​ການ​ລົງ​ທຶນ​ຈີນ-ອາ​ຊຽນ​ຄັ້ງ​ທີ​4​ຈະ​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ນານ​ນິງ​ເຂດ​ກວາງຊີ​ແຕ່​ວັນ​ທີ28​ຫາ​ວັນ​ທີ31​ຕຸລາ​ນີ້.​ຮອດ​ເວ​ລາ​ນັ້ນ,​ການ​ຮ່ວມ​ມື​ໃນ​ຂົງ​ເຂດການ​ຄ້າ​ການ​ບໍ​ລິ​ການ​ແລະ​ການ​ທະ​ນາ​ຄານ​ຈະ​ກາຍ​ເປັນ​ຫົວ​ຂໍ້​ຈຸດ​ສຸມ​ໃນ​ການ​ປຶກ​ສາ​ຫາລື​ຂອງ​ເຈົ້າ​ໜ້າ​ທີ່,​ຜູ່​ຊ່ຽວ​ຊານ​ແລະ​ບຸກ​ຄົນ​ວົງ​ການ​ວິ​ສາ​ຫະ​ກິດ​ຂອງ​ຈີນ​ແລະ​10​ປະ​ເທດ​ອາ​ຊຽນ.

 ກອງ​ປະຊຸມສຸດ​ຍອດ​ການ​ຄ້າ​​ແລະ​ການ​ລົງທຶນ​ຈີນ-ອາ​ຊຽນ​ຄັ້ງ​ທີ​4​ຈະ​ຈັດ​ເວ​ທີ​ປຶກ​ສາ​ຫາລື​ການ​ຄ້າ​ການ​ບໍ​ລິ​ການ​ແລະ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ທະ​ນາ​ຄານ​ໂດຍ​ສະ​ເພາະ.​ໃນ​ເວ​ທີ​ປຶກ​ສາ​ຫາລື​ການ​ຄ້າ​ການ​ບໍ​ລິ​ການ,​ຜູ່​ທີ່​ຮ່ວມ​ປະ​ຊຸມ​ຈະ​ສຸມ​ໃສ່​ສັນ​ຍາ​ການ​ຄ້າ​ການ​ບໍລິການ,ຄົ້ນຄວ້າ​ຫາລື​ຈະ​ລົງ​ເລິກ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ​ການ​ບໍ​ລິ​ການ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ​ແນວ​ໃດ,​ຊອກ​ຄົ້ນ​ບັນຫາ​ລ້ຳ​ໜ້າ​ຕ່າງໆ​ທີ່​ອາດ​ຈະ​ເກີດ​ຂຶ້ນ​ໃນ​ອະ​ນາ​ຄົດ​ກ່ຽວ​ກັບ​ການ​ຄ້າ​ການ​ບໍ​ລິ​ການ.​ໃນ​ເວທີ​ປຶກ​ສາ​ຫາ​ລື​ການ​ທະ​ນາ​ຄານ,​ຈະ​ປຶກ​ສາ​ຫາ​ລື​ໃນ​ຫົວ​ຂໍ້​ຕ່າງໆ​ເຊັ່ນ​ການ​ໄຂ​ປະ​ຕູ​ແລະ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຂອງ​ຂະ​ແໜງ​ການ​ທະ​ນາ​ຄານ​ຈີນ,ນຳ​ໃຊ້​ການ​ປະ​ກັນ​ໄພ​ສິນ​ເຊື່ອ​ດ້ານ​ການ​ສົ່ງ​ອອກ​ເພື່ອ​ຊຸກ​ຍູ້​ການ​ຄ້າ​ກັບປະ​ເທດ​ອາ​ຊຽນ​ເປັນ​ຕົ້ນ.