ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-10-25 18:56:21    
ທ່ານ​ລິວ​ຈ້ຽນ​ຊ່າວ​ກ່າວ​ວ່າ,​ການ​ຍິງ​ສົ່ງ​ດາວ​ທຽມ"ຊາງ​ເອີ​ເລກ1"ຢ່າ​ງສຳ​ເລັດ​ຜົນ​ແມ່ນ​ຄວາມ​ພະ​ຍາ​ຍາມ​ຢ່າງ​ໃຫຍ່​ຫຼວງ​ອີກ​ເທື່ອ​ໜຶ່ງ​ຂອງ​ປະຊາ​ຄົມ​ໂລກ​ທີ່​ພ້ອມ​ກັນສຳ​ຫຼວດ​ອະວະ​ກາດ

cri Author: da
ຕາມ​ຂ່າວCRI:ວັນ​ທີ25ຕຸລາ​ນີ້ ​ໃນ​ງານ​ຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ ທ່ານ​ລິວ​ຈ້ຽນຊ່າວ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ການຍິງ​ສົ່ງ​ດາວ​ທຽມ"ຊາງ​ເອີ​ເລກ1"ຢ່າ​ງສຳ​ເລັດ​ຜົນ​ແມ່ນ​ຄວາມ​ພະຍາຍາມ​ທີ່​ສຳຄັນອີກ​ເທື່ອໜຶ່ງ​ຂອງ​ປະຊາ​ຄົມ​ໂລກ​ທີ່​ພ້ອມ​ກັນສຳ​ຫຼວດອະວະກາດ.

ວັນ​ທີ24ຕຸລາ​ນີ້,ຈີນ​ໄດ້​ຍິງ​ສົ່ງ​ດາວ​ທຽມສຳ​ຫຼວດດວງ​ຈັນ​"ຊາງ​ເອີ​ເລກ1"ໜ່ວຍ​ທຳ​ອິດຢ່າ​ງສຳ​ເລັດ​ຜົນ​.​ໃນ​ເວລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ ທ່ານ​ລິວ​ຈ້ຽນຊ່າວ​ກ່າວ​ວ່າ,ອະວະກາດ​ແມ່ນ​ຊັບ​ສົມບັດ​ຮ່ວມ​ຂອງ​ມວນ​ມະນຸດ,ຄວນ​ໃຊ້​​ເຂົ້າ​ໃນ​​​ເປົ້າໝາຍທາງ ​ສັນຕິພາບທັງ​ໝົດ,ພະຍາຍາມ​ສຸດ​ຂີດ​ສ້າງ​ຄວາມ​ສຸກ​ໃຫ້​ແກ່ມ​ວນ​ມະນຸດ.ພ້ອມ​ກັນນັ້ນ ທ່ານ​ສະ​ແດງ​ຄວາມ​ເຊື່ອ​ໝັ້ນວ່າ,ພາຍ​ໃຕ້ການ​​ຮ່ວມ​ມື​ແລະພ້ອມ​ກັນທຳ​ຄວາມ​ພະຍາຍາມຂອງ​ປະຊາ​ຄົມ​ໂລກ,ມວນ​ມະນຸດ​ຈະ​ມີ​ຄວາມ​ຮູ້​ກ່ຽວ​ກັບ​ອະວະກາດ​ຢ່າງ​ຈະ​ແຈ້ງ​ກວ່າ​ເກົ່າ​,​ແລະ​ຈະ​ນຳ​ໃຊ້​ອະວະກາດສ້າງ​ຄວາມ​ສຸກ​ໃຫ້​ມວນ​ມະນຸດ​ໄດ້​ດີກ​ວ່າ​ເກົ່າ.