ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-10-25 19:52:19    
ຈີນ​ຫວັງ​ໃຫ້​ອາ​ເມ​ລິ​ກາ​ຜ່ອນ​ຄາຍ​ການ​ຄວບ​ຄຸມ​ຈຳ​ກັດ​ສິນ​ຄ້າ​ສົ່ງ​ອອກ​ຕໍ່​ຈີນ​ຢ່າງ​ແທ້​ຈິງ

cri Author: da
ຕາມ​ຂ່າວCRI:ວັນ​ທີ25ຕຸລາ​ນີ້ ຢູ່​ປັກ​ກິ່ງ ທ່ານ​ວັງ​ຊິ່ນ​ເພີຍ ​ໂຄສົກຖະ​ແຫຼ​ງຂ່າວ​ຂອງ​ກະຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ,ຈີນ​ຫວັງ​ໃຫ້​ອາ​ເມ​ລິ​ກາ​ຜ່ອນ​ຄາຍ​ການຄວບ​ຄຸມ​ຈຳກັດສິນຄ້າ​ສົ່ງ​ອອກ​ຕໍ່ຈີນ​ຢ່າງ​ແທ້ຈິງ,ຊຸກຍູ້​ໃຫ້ການ​ຄ້າ​ເຕັກນິກ​ສູງ​ຂອງ​ຈີນ​ແລະ​ອາ​ເມ​ລິ​ກາ​ໄດ້​ມີ​ການ​ຄືບ​ໜ້າທີ່​ມີ​ລັກສະນະ​ທາດ​ແທ້.

ຕາມ​ໄດ້​ຊາບ,ພາຍ​ໃຕ້​ສະພາບ​ທີ່​ບໍ່​ໄດ້​ປຶກສາ​ຫາລື​ກັບ​ຝ່າຍ​ຈີນຢ່າງ​ເຕັມທີ່​,ຝ່າຍອາ​ເມ​ລິ​ກາ​ໄດ້​ເລີ່​ມປະຕິບັດ​ລະບຽບການ"​ໃບຢັ້ງຢືນຜູ່​ໃຊ້​ສຸດ​ທ້າຍ"(ຫຼືVEU)ທີ່​ມີ​ຈຸດປະສົງ​ເພີ່ມ​ທະວີ​ການຄວບ​ຄຸມຈຳກັດຜະລິດ​ຕະພັນ​ເຕັກນິກ​ສູງທີ່​ສົ່ງ​ຂາຍ​ໃຫ້​ຈີນ.

ທ່ານ​ວັງ​ຊິ່ນ​ເພີຍກ່າວ​ວ່າ,ລະບຽບການ​ດັ່ງກ່າວ​ມີ​ລະບຽບການອະນຸຍາດ​ທີ່​ສັບສົນ,ມີ​ເງື່ອນ​ໄຂ​ອັນ​ເຄັ່ງ​ຄັດ,​ໄດ້​ວາງອຸປະສັກ​ທີ່​ບໍ່​ສົມ​ເຫດ​ສົມ​ຜົນ​ແລະ​ເງື່ອນ​ໄຂ​ເບື້ອງ​ຕົ້ນເພີ່ມ​ເຕີມ​ໃຫ້​ແກ່ການ​ຄ້າ​ປົກກະຕິ​ລະຫວ່າງ​ສອງ​ປະ​ເທດ,​ໄດ້​ທຳລາຍ​ຄວາມ​ພະຍາຍາມ​ຂອງ​ຈີນທີ່​ເພື່ອ​ຊື້​ສິນຄ້າ​ຈາກ​ອາ​ເມ​ລິ​ກາ​ໃຫ້ຫຼາຍ​ຂຶ້ນ.ຈີນ​ສະ​ແດງຄວາມ​ບໍ່ພໍ​ໃຈ​ທີ່​ສຸດ​ຕໍ່​ການ​ກະທຳ​ຂອງ​ອາ​ເມ​ລິ​ກາ​ທີ່​ປະຕິບັດ​ລະບຽບການ​ດັ່ງກ່າວ​ແຕ່​ຝ່າຍ​ດຽວ.

ທ່ານ​ວັງ​ຊິ່ນ​ເພີຍກ່າວ​ວ່າ,ຈີນ​ຫວັງ​ວ່າ,ອາ​ເມ​ລິ​ກາຄົງ​ພິຈາລະນາ​ຈາກຜົນ​ປະ​ໂຫຍ​ດຍາວ​ໄກ​ຂອງ​ສອງ​ປະ​ເທດ,ສ້າງ​ເງື່ອນ​ໄຂຜ່ອນຄາຍການ​ຄ້າ​​ທີ່​ບໍ່​ສະ​ໝ່ຳສະ​ເໝີ​ກັນລະຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ,ຊຸກຍູ້​ໃຫ້ການ​ພົວພັນ​ເສດຖະກິດ​ການ​ຄ້າລະຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ​ຂະຫຍາຍຕົວ​ຢ່າງ​ປອດ​ໃສ​ແລະ​ຮອບດ້ານ.