ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-10-26 15:40:10    
ຝ່າຍ​ຈີນ​ມີ​ຄວາມ​ຈິງ​ໃຈ​ແລະ​ຄວາມ​ຕັດ​ສິນ​ໃຈ​​ໃນ​ການ​ພັດ​ທະ​ນາ​ທະ​ເລ​ຈີນຕາ​ເວັນ​ອອກ​ພ້ອມ​ກັນ

cri

ຕາມ​ຂ່າວCRI:ວັນ​ທີ26​ຕຸລາ​ນີ້,​ຢູ່​ທີ່​ປັກ​ກິ່ງ,ທ່າ​ນທາງ​​ເຈຍ​​ສວນ ທີ່​ປຶກສາ​ແຫ່ງ​ລັດ​ຈີນ​ໄດ້​ເວົ້າ​ຕໍ່​ທ່ານ​ນາຄາ​ກາ​ວາ ຮີ​​ເດນາ​ໂອ ອະດີດປະທານ​ພັກຈີ​ມິນ​ຍີ່​ປຸ່ນທີ່​ມາ​ຢາມ​ວ່າ, ຝ່າຍຈີນ​ມີ​ຄວາມ​ຈິງ​ໃຈ​ແລະ​ຄວາມ​ຕັດສິນ​ໃຈ​​ໃນ​ການ​ພັດທະນາ​ທະ​ເລ​ຈີນຕາ​ເວັນ​ອອກ​ພ້ອມ​ກັນ.

ທ່ານ​ທາງ​ເຈຍ​ສວນ​ກ່າວ​ວ່າ,​ຫວັງ​ໃຫ້​ຈີນ​ກັບ​ຍີ່​ປຸ່ນຖື​ການ​ຮັກສາ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​​ໃຫ້ມີ​ສະຖຽນ​ລະ​ພາບ​ເປັນ​ພື້ນຖານ,ສືບ​ຕໍ່ປະຕິບັດ​ຕາມ​ນ້ຳ​​ໃຈ​ທີ່​ຕັ້ງໜ້າ​ແລະຕິດ​ແທດ​ຕົວ​ຈິງ,ສະ​ແຫວ​ງສິ່ງ​ທີ່​ຄື​ກັນ​ສະ​ຫງວນສິ່ງ​ທີ່​ຕ່າງ​ກັນ,ກ້າວໜ້າ​ຕາມ​ທິດ​ດຽວ​ກັນ,ທຳ​ຄວາມ​ພະຍາຍາມ​ຫຼາຍ​ກວ່າ​ເກົ່າ,​​ເພື່ອເຮັດ​ໃຫ້​ການ​ປຶກສາ​ຫາລື​ທີ່​ກ່ຽວຂ້ອງ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ທີ່​ມີ​ລັກສະນະ​ທາດ​ແທ້​ໂດຍ​ໄວ.ຝ່າຍ​ຈີ​ນຍິນ​ດີ​ພ້ອມ​ກັນ​ກັບ​​ລັດຖະບານຢາ​ຊູ​ໂອ ຟູ​ຄູ​ດາ ​ແລະ ບຸກຄົນ​ວົງ​ການ​ຕ່າງໆ​ຍີ່​ປຸ່ນ,​ ທຳ​ຄວາມ​ພະຍາ​ຍາມ​ເພິ່ມທະວີ​ການ​ແລກປ່ຽນ​ ​ແລະ ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ,ຊຸກ​ຍູ້​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​​ໃຫ້ໄດ້​ຮັບ​ຄວາມ​ຄືບ​ໜ້າ​ໃໝ່.