ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-10-26 17:36:15    
ກອງ​ປະ​ຊຸມ​ແລກ​ປ່ຽນ​ມິດ​ຕະ​ພາບ​ພຸດ​ທະ​ສາ​ສະ​ໜາ​ຈີນ​ສ​ເກົາ​ຫຼີ​ຍີ່​ປຸ່ນ​ຄັ້ງ​ທີ​10​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ

cri

ຕາມ​ຂ່າວCRI, ກອງ​ປະຊຸມ​ແລກ​ປ່ຽນ​ມິດຕະພາບພຸດ​ທະ​ສາ​ສະ​ໜາ​ຈີນ​ສ​ເກົາຫຼີ​ຍີ່​ປຸ່ນ​ຄັ້ງ​ທີ10​ໄດ້​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ໃນ​ວັນ​ທີ26​ຕຸລາ​ນີ້,ຜູ່​ແທນ​ວົງ​ການ​ພຸດທະ​ສາ​ສະ​ໜາ​ຂອງ​ສາມ​ປະ​ເທດ​ດັ່ງ​ກ່າວ300​ກວ່າ​ຄົນ​ໄດ້​ເຂົ້າ​ຮ່ວມ.

ກອງ​ປະຊຸມ​ແລກ​ປ່ຽນ​ມິດ​ຕະ​ພາບ​ພຸດ​ທະ​ສາ​ສະ​ໜາ​ຈີນ​ສ​ເກົາ​ຫຼີ​ຍີ່​ປຸ່ນ​ແມ່ນ​ລິ​ເລີ່ມ​ໂດຍ​ອຸ​ບາ​ສົກ​ຈ້າວ​ພູ​ຊູ ປະ​ທານ​ພຸດ​ທະ​ສະ​ມາ​ຄົມ​ຈີນ​ທີ່​ເຖິງ​ແກ່​ກຳ​ແລ້ວ,​ວົງ​ການ​ສາ​ສະ​ໜາ​ພຸດ​ຂອງ​ສ​ເກົາ​ຫຼີ​ແລະ​ຍີ່​ປຸ່ນ​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ແລະ​ຮ່ວມ​ກັນ​ສ້າງ​ຕັ້ງ​ຂຶ້ນ,​3​ປະ​ເທດ​ດັ່ງ​ກ່າວ​ພັດ​ປ່ຽນ​ກັນ​​ເປັນ​ເຈົ້າ​ພາບ​ຈັດ​ກອງ​ປະຊຸມ​ປີ​ລະ​ເທື່ອ.

ກອງ​ປະ​ຊຸມ​ເທື່ອ​ນີ້​ມີ​ຫົວ​ຂໍ້​ວ່າ"ຊຸກ​ຍູ້​ຄວາມ​ກົມ​ກຽວ​ກັນ​ຂອງ​ໂລກ​ດ້ວຍ​ພຸດ​ທະ​ຍານ​ຂອງ​ພຸດ​ໂທ",​ຜູ່​ແທນ​ຂອງ​3​ປະ​ເທດ​ຕ່າງ​ໄດ້​ປະ​ກອບ​ຄຳ​ຄິດ​ຄຳ​ເຫັນ.​ກ່ອນ​ກອງ​ປະ​ຊຸມ​ໄຂ​ຂຶ້ນ,​ຄະ​ນະ​ຜູ່​ແທນ​ພຸດ​ທະ​ສາ​ສະ​ໜາ​ຂອງ​3​ປະ​ເທດ​ໄດ້​ຈັດ​ທຳ​ມະ​ພິ​ທີ​ອະ​ທິ​ຖານ​ສັນ​ຕິ​ພາບ​ຂອງ​ໂລກ​ຕາມ​ທີ່​ເຄີຍ​ປະ​ຕິ​ບັດ​ມາ.