ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-10-29 18:03:23    
ຈີນ​ກັບ​ອາ​ຊຽນ​ອອກ​ຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ຄວາມ​ປອດ​ໄພ​ຂອງ​ອາ​ຫານ

cri
ຕາມ​ຂ່າວCRI,​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ກວດ​ກາ​ຄຸນ​ນະ​ພາບ​ຈີນ-ອາ​ຊຽນ​ຄັ້ງ​ທຳ​ອິດ​ໄດ້​ຈັດ​ຂຶ້ນ​ຢູ່​ເມືອງ​ນານ​ນິງ​ເຂດ​ກວາງ​ຊີ​ຂອງ​ຈີນ​ໃນ​ທີ​28​ຕຸ​ລາ​ນີ້.​ກອງ​ປະ​ຊຸມ​ໄດ້​ດຳ​ເນີນ​ເປັນ​ເວລາ2​ມື້.​ວັນ​ທີ​29​ຕຸ​ລາ​ນີ້,​ພາກ​ສ່ວນ​ກວດ​ກາ​ຄຸນ​ນະ​ພາບ​ຂອງ​ຈີນ​ແລະ​10​ປະ​ເທດ​ອາ​ຊຽນ​ໄດ້​ອອກ​ຖະ​ແຫຼງ​ການ​ຮ່ວມ​ນາງ​ນິງ.

ຖະ​ແຫຼ​ງການ​ຂຽນ​ວ່າ,ຝ່າຍ​ຕ່າງໆ​ຄວນ​ຕັ້ງໜ້າ​ຊຸກ​ຍູ້​ການ​ແລກປ່ຽນ​ດ້ານ​ກົດ​ໝາຍ,​ມາດ​ຕະ​ຖານ​ແລະ​ຂໍ້​ມູນ​ຂ່າວສານ​ກ່ຽວ​ກັບ​ຄວາມ​ປອດ​ໄພ​ຂອງ​ອາຫານ,​ເພີ່ມ​ຄວາມ​ເຂົ້າ​ໃຈ​ກັນ​ແລະ​ຄວາມໄວ້​ເນື້ອ​ເຊື່ອ​ໃຈ​ກັນ,​ເພີ່ມ​ການ​ຢ້ຽມຢາມ​ແລະ​ແລກປ່ຽນ​ເຊິ່ງ​ກັນ​ແລະ​ກັນ​ລະ​ຫວ່າງ​ນັກ​ວິ​ຊາ​ການ​ຄຸ້ມ​ຄອງ​ແລະ​​ເຕັກນິກ​ດ້ານ​ຄວາມ​ປອດ​ໄພ​ຂອງ​ອາຫານ.​ກ່ອນ​ປະ​ຕິ​ບັດ​ມາດ​ຕະ​ການ​ໃໝ່​ດ້ານ​ຄວາມ​ປອດ​ໄພ​ ແລະ​ມາດ​ຕະການ​ສັນຍາ​SPS​ຕໍ່​ອາ​ຫານ​ຂອງ​ຝ່າຍ​ອື່ນໆ,​ຝ່າຍ​ທີ່​ກ່ຽວ​ຂ້ອງ​ຄວນ​ແຈ້ງ​ໃຫ້​ຊາບ​ລ່ວງ​ໜ້າ ​ເວັ້ນ​ແຕ່​ກໍ​ລະ​ນີ​ສຸກ​ເສີນ.​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະ​ຫວ່າງ​ຝ່າຍ​ຕ່າງໆ,​ຕໍ່​ຕ້ານ​ການ​ຄ້າ​ອາ​ຫານ​ທີ່​ຜິດ​ກົດ​ໝາຍ,​ແລະ​ປ້ອງ​ກັນ​ການ​ກະ​ທຳ​ທີ່ຕັ້ງ​ແກ້ງ​ກໍ່​ເຫດ​ການ​ຄວາມ​ປອ​ດ​ໄພ​ດ້ານ​ອາຫານ​.

ສັນຍາSPS​ແມ່ນ​ສະມາຊິກ​ອົງການ​ການ​ຄ້າ​ໂລກ​ເຊັນ​ກັນ​ໂດຍ​ມີ​ຈຸດ​ປະ​ສົງ​ເພື່ອ​ປົກ​ປັກ​ຮັກ​ສາ​ສຸກ​ຂະ​ພາບ​ແລະ​ຄວາມ​ປອດ​ໄພ​ຂອງ​ມະ​ນຸດ,​ສັດ​ແລະ​ພືດ,​ຊຸກ​ຍູ້​ການ​ຄ້າ​ລະ​ຫວ່າງ​ຊາດ​ໃຫ້​ເສ​ລີ​ແລະ​ສະ​ດວກ​ກວ່າ​ເກົ່າ.