ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-10-29 20:18:07    
ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ​-​ອາ​ຊຽນ​ຈັດ​ກິດ​ຈະ​ກຳ​ໂຄ​ສະ​ນາ​ຕໍ່​ນັກ​ທຸ​ລະ​ກິດ​ຈີນ​ທີ່​ຢູ່​ຕ່າງ​ປະ​ເທດ​ເປັນ​ເທື່ອ​ທຳ​ອິດ

cri
ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ29​ຕຸລາ​ນີ້,​ໃນ​ກອງ​ປະຊຸມນັກທຸລະກິດ​ຈີນ​ທີ່​ຢູ່​ຕ່າງ​ປະ​ເທດ​ເຕົ້າ​ໂຮມ​ກັນ​ຢູ່​ໃນ​ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນ2007​ແລະ​ກອງ​ປະ​ຊຸມ​ແນະ​ນຳ​ໂອ​ກາດ​ການ​ຄ້າ​ຂອງ​ເຂດ​ກວາງຊີ​ທີ່​ຈັດ​ຂຶ້ນ​ຢູ່​ເມື​ອງນານ​ນິງ​ເຂດ​ກວາງ​ຊີ​ຈີນ,​ນັກ​ທຸ​ລະ​ກິດ​ຈີນ​ທີ່​ຢູ່​ຕ່າງ​ປະ​ເທດ​ກັບ​ວິ​ສາ​ຫະກິດ​ຈີນ​ໄດ້​ເຊັນ​​ໂຄງການ​ຮ່ວມ​ມື​ເສດ​ຖະ​ກິດ​18​ໂຄງ​ການ,ຍອດ​ມູນ​ຄ່າ​ມີ​ເຖິງ​386​ລ້ານ​ໂດ​ລາ,​ເຊິ່ງ​ກ່ຽວ​ພັນ​ເຖິງ​ຫຼາຍ​ຂົງ​ເຂດ​ເຊັ່ນ​ກະ​ສິ​ກຳ,​ໂຮງ​ແຮມ​ແລະ​ການປຸງ​ແຕ່ງ​ການ​ຜະລິດ​ເປັນ​ຕົ້ນ.

ນີ້​ແມ່ນ​ເທື່ອ​ທຳ​ອິດ​ທີ່​ງານ​ວາງສະ​ແດງ​ສິນ​ຄ້າ​ຈີນ-ອາຊຽນຈັດ​ກິດ​ຈະ​ກຳ​ໂຄ​ສະ​ນາ​ໂອ​ກາ​ດການ​ຄ້າ​ຕໍ່​ນັກທຸລະກິດ​ຈີນ​ທີ່​ຢູ່​ຕ່າງປະ​ເທດ,​ເຊິ່ງ​ໄດ້​ດຶງ​ດູດ​ນັກ​ທຸ​ລະ​ກິດ​ຈີນ​ທີ່​ຢູ່​ຕ່າງ​ປະ​ເທດ200​ກວ່າ​ຄົນ​ທີ່​ມາ​ຈາກ30​ກວ່າ​ປະ​ເທດ​ແລະ​ເຂດ​​ແຄວ້ນ​ໃນ​ໂລກ.

ຂ່າວ​ແຈ້ງວ່າ,​ໃນ​ຊາວ​ຈີນ​ທີ່​ຢູ່​ຕ່າງ​ປະ​ເທດ30​ລ້ານ​ກວ່າ​ຄົນ,​ມີ​ປະ​ມານ​70%​ຢູ່​ປະ​ເທດ​ອາ​ຊຽນ,​ນັກ​ທຸ​ລະ​ກິດ​ຈີນ​ທີ່​ຢູ່​ຕ່າງ​ປະ​ເທດ​ໄດ້​ກາຍ​ເປັນຕົວ​ສະ​ແດງ​ທີ່​ສຳ​ຄັນ​ໃນ​ການ​ຊຸກ​ຍູ້​ການ​ແລ​ກປ່ຽນ​ແລະ​ການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ອາ​ຊຽນ.