|
 |
(GMT+08:00)
2007-10-30 17:06:40
|
 |
ເຈົ້າຫນ້າທີ່ກະຊວງປ່າໄມ້ຂອງຈີນສະເຫນີຂໍ້ສະເຫນີການຮ່ວມມືດ້ານປ່າໄມ້ ຈີນອາຊຽນ
cri
ຕາມຂ່າວສານຊິນຮວາ:ເພື່ອເພີ່ມທະວີການຮ່ວມມືດ້ານປ່າໄມ້ກັບບັນດາປະເທດອາຊຽນຕື່ມອີກ,ທ່ານຫຼີຢູ້ໄຊ ຮອງຫົວຫນ້າກົມປ່າໄມ້ແຫ່ງລັດຈີນໄດ້ມີຂໍ້ສະເຫນີ 3ຂໍ້ຄື:ການເປີດກວ້າງການແລກປ່ຽນກັນ ເພີ່ມທະວີການປຶກສາຫາລືກັນແລະຮ່ວມມືກັນທີ່ຕິດແທດຕົວຈິງ.
ໃນກອງປະຊຸມເວທີປາໄສຮ່ວມມືດ້ານປ່າໄມ້ຈີນອາຊຽນທີ່ຈັດຂຶ້ນຢູ່ນະຄອນນານນິງຂອງເຂດກວາງຊີໃນວັນທີ 30 ຕຸລານີ້,ທ່ານຫຼີຢູ້ໄຊກ່າວວ່າ, ການຮ່ວມມືດ້ານປ່າໄມ້ລະຫວ່າງຈີນກັບບັນດາປະເທດອາຊຽນໄດ້ມີການ ພົວພັນຢ່າງສະຫນິນແຫນ້ນ,ຂົງເຂດຮ່ວມມືໄດ້ເປີດກວ້າງອອກຢ່າງບໍ່ຢຸດຢັ້ງ.ທ່ານສະເຫນີໃຫ້ສອງຝ່າຍຄວນໃຊ້ກົນໄກຮ່ວມມືລະຫວ່າງສອງປະເທດແລະພາກພື້ນ, ແລກປ່ຽນດ້ານເສດຖະກິດປ່າໄມ້ ເຕັກນິກ ຂໍ້ມູນຂ່າວສານແລະພະນັກງານຢ່າງຕັ້ງຫນ້າ,ເພີ່ມທະວີການປຶກສາຫາລືໃນຂົງເຂດຕ່າງໆເຊັ່ນ:ການປະຕິບັດກົດຫມາຍແລະຄຸ້ມຄອງປ່າໄມ້ແລະການເຮັດທຸລະກິດປ່າໄມ້ແບບຍືນຍົນເປັນຕົ້ນ,ຕັ້ງຫນ້າປົກປັກຮັກສາແລະຂະ ຫຍາຍການຮ່ວມມືທາງເສດຖະກິດການຄ້າກ່ຽວກັບປ່າໄມ້,ເພີ່ມທະວີການຮ່ວມມືດ້ານການປ້ອງກັນຊັບພະຍາກອນ,ຕັ້ງຫນ້າຊຸກຍູ້ການຮ່ວມມືໃນຂົງເຂດທີ່ຈະເລີນໃຫມ່ຄືການນຳໃຊ້ພະລັງງານຊີວະພາບ
ເນື້ອທີ່ປ່າໄມ່ຂອງຈີນແລະອາຊຽນໄດ້ກວມເນື້ອທີ່68%ຂອງອາຊີ ແລະກວມ10%ຂອງທົ່ວໂລກ ປ່າໄມ້ໄດ້ສົ່ງເສີມບົດບາດອັນສຳຄັນໃນການພັດທະນາທາງເສດຖະກິດສັງຄົມຂອງຈີນແລະບັນດາປະເທດອາຊຽນ,ແລະມີຖານະອັນສຳຄັນຕໍ່ການຮັກສາສະພາບແວດລ້ອມໃນພາກພື້ນອາຊຽນ.
|
|
|