ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-10-30 20:47:38    
ຈີນ​ສະ​ແດງ​ຄວາມ​ບໍ່​ພໍ​ໃຈ​ຢ່າງ​ຮຸນ​ແຮງ​ແລະ​ຄັດ​ຄ້ານ​ຢ່າງ​ເດັດ​ດ່ຽວ​ຕໍ່​ຜູ່​ນຳ​ກາ​ນາ​ດາ​ທີ່​ພົບ​ປະ​ກັບ​ພະ​ດາ​ໄລ​ລາ​ມາ

cri
ຕາມ​ຂ່າວCRI,ວັນ​ທີ30​ຕຸລາ​ນີ້,​ໃນກອງ​ປະຊຸມຖະ​ແຫຼງຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ,​ທ່ານ​ລິວ​ຈ້ຽນ​ຊ່າວ ​ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ,​ຈີນ​ສະ​ແດງ​ຄວາມ​ບໍ່​ພໍ​ໃຈ​ຢ່າງ​ຮຸນ​ແຮງ​ແລະ​ຄັດ​ຄ້ານ​ຢ່າງ​ເດັດ​ດ່ຽວ​ຕໍ່​ຜູ່​ນຳ​ກາ​ນາ​ດາ​ທີ່​ພົບ​ປະ​ກັບ​ດາ​ໄລ​ລາ​ມາ.

ທ່ານ​ລິວ​ຈ້ຽນຊ່າວ​ກ່າວ​ວ່າ,ກາ​ນາ​ດາ​ບໍ່​ເອົາ​ຫົວ​ຊາ​ນຳ​ຈີນ​ທີ່​ຕໍ່​ວ່າ​ຕໍ່​ຂານ​ຢ່າງ​ເຄັ່ງ​ຂຶມ​ຕັ້ງ​ຫຼາຍ​ເທື່ອ,ຊູຊີ​ອະນຸມັດ​ພະ​ດາ​ໄລລາ​ມາ​ໄປ​ກາ​ນາ​ດາ,​ແລະ​ຈັດ​ວາງ​ຜູ່​ນຳ​ກາ​ນາ​ດາ​ພົບ​ປະ​ກັບ​ພະ​ດາ​ໄລລາ​ມາ​ແລະ​ຈັດ​ກິດ​ຈະ​ກຳ​ທີ່​ກ່ຽວ​ຂ້ອງ​ເພື່ອ​ເຂົາ,​ການ​ກະ​ທຳ​ດັ່ງ​ກ່າວ​ໄດ້​ຝ່າ​ຝືນ​ຫຼັກ​ມາ​ດຖານ​ພື້ນຖານ​ຂອງ​ການ​ພົວ​ພັນ​ລະ​ຫວ່າງ​ຊາດ​ຢ່າງ​ໜັກ​ໜ່ວງ,​ເປັນ​ການ​ແຊກ​ແຊງ​ວຽກ​ງານ​ພາຍ​ໃນ​ຂອງ​ຈີນ​ຢ່າງ​ຮ້າຍ​ກາດ.

ທ່ານ​ລິວ​ຈ້ຽນຊ່າວ​ກ່າວ​ວ່າ,ຈີນ​ຄັດຄ້ານ​ຢ່າງ​ເດັດດ່ຽວ​ມາໂດຍ​ຕະ​ຫຼອດ​ຕໍ່​ປະ​ເທດ​ໃດໆ​ແລະ​ບຸກ​ຄົນ​ໃດໆ​ສວຍ​ໃຊ້​ບັນຫາ​ພະ​ດາ​ໄລລາ​ມາ​ແຊກ​ແຊງ​ວຽກ​ງານ​ພາຍ​ໃນ​ຂອງ​ຈີນ.​ຈີນ​ກ່າວ​ຢ້ຳ​ຫຼາຍ​ເທື່ອ​ແລ້ວ​ວ່າ,ຕິ​ເບ​ດ​ແມ່ນ​ສ່ວນ​ປະກອບ​ທີ່​ຕັດ​ແຍກ​ອອກ​ຈາກ​ຜືນ​ແຜ່ນ​ດິນ​ຂອງ​ຈີນ​ບໍ່​ໄດ້,​ວຽກ​ງານ​ຕິ​ເບ​ດ​ແມ່ນ​ວຽກ​ງານ​ພາຍ​ໃນ​ຂອງ​ຈີນທັງ​ນັ້ນ.ຈີນ​ຮຽກຮ້ອງ​ໃຫ້ກາ​ນາ​ດາ​ຢຸດ​ເຊົາ​ກາ​ນປ່ອຍ​ໄປ​ຕາມ​ໃຈ​ແລະ​ສະ​ໜັບ​ສະ​ໜູນ​ການ​ເຄື່ອນ​ໄຫວ​ແບ່ງ​ແຍກ​ແລະ​ຄັດຄ້ານ​ຈີນ​ຂອງ​ອິດ​ທິ​ກຳ​ລັງ​ແຍກ​ຕິ​ເບ​ດອອກ​ຈາກ​ຈີນ​ໃຫ້​ເປັນ​ເອກະລາດ.