ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-10-31 17:07:12    
ຫ້ອງການ​ວຽກ​ງານ​ໄຕ້​ຫວັນ​ຂອງ​ລັດຖະບານຈີນ​ກ່າວ​ວ່າ,ບົດ​ລາຍ​ງານ​ຂອງ​ທ່ານ​ຫູ​ຈິນທາວ​ໃນ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 17 ​ໄດ້ບັນ​ລະ​ຍາຍ​ຄວາມ​ເ​ຈດຈຳນົງ​ຕໍ່​ບັນຫາ​ສຳຄັນ​ໃນການ​ພົວພັນລະຫວ່າງ ສອງ​ຝັ່ງ

cri
ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ 31 ຕຸ​ລາ​ນີ້,ທ່ານ​ຢາງ​ອີ້ ​ໂຄສົກ​ຫ້ອງການ​ວຽກ​ງານ​ໄຕ້ຫວັນ​ຂອງ​ລັດຖະບານ​ຈີນ​ກ່າວ​ວ່າ,ບົດ ລາຍ​ງານ​ຂອງທ່ານ​ເລຂາທິການ​ໃຫຍ່​ຫູ​ຈິນທາວ​ທີ່​ກ່າວໃນ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 17 ຂອງ​ພັກ​ກອມ​ມູນິດ​ຈີນ​ໄດ້​ບັນ​ລະ​ຍາຍ​​ເຈດຈຳ​ນົງ​ຕໍ່​ບັນຫາ​ສຳຄັນ​ໃນການ​ພົວພັນ​ລະຫວ່ງສອງຝັ່ງ.

ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຫ້ອງການ​ວຽກ​ງານ​ໄຕ້​ຫວັນ​ຂອງ​ລັດຖະ ບານ​ຈີນ​ເປັນ​ຜູ່​ຈັດ​ຂຶ້ນ,ທ່ານ​ກ່າວ​ວ່າ,​ແນວ​ຄິດ​ຊີ້​ນຳ​ແລະ​ຄວາມ​ຮຽກ​ຮ້ອງຕ້ອງການ​ໂດ​ຍລວມຕໍ່​ວຽກ​ງານ​ໄຕ້​ຫວັນ​ທີ່​ນຳ​ສະ​ເຫ​ນີ​ໃນ​ບົດ​ລາຍ​ງານ​ຕໍ່​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 17​ຂອງ​ພັກ ນັ້ນ​ແມ່ນ​ຈະ​ອີງ​ຕາມ​ທິດ​ທາງ​ທີ່ໂຮມ​ປະ​ເທດຊາດ​ເຂົ້າ​ເປັນ​ເອກະ​ພາບ​ກັນ​ໂດຍ​ສັນຕິ​ແລະ​ປະ​ເທດ​ຫນຶ່ງ​ສອງ​ລະບອບ​ແລະ​ການ​ພົວພັນ​ສອງ​ຝັ່ງ​ແຫ່ງ​ການ​ພັດທະນາປະຈຸ​ບັນ, ຍຶດຫມັ້ນ​ຫຼັກການ​ປະ​ເທດ​ຈີນ​ດຽວຢ່າງ​ບໍ່​ຫວັ່ນ​​ໄຫວ​ຄອນ​ແຄນ​, ຄວາມ​ພະຍາຍາມ​​ເຕົ້າໂຮມ​ປະ​ເທດ​ຊາດ​ເຂົ້າ​ເປັນ​ເອກະ​ພາບ​ໂດຍ​ສັນ​ຕິຢ່າງ​ບໍ່​ລົດ​ລະ,ຜັນ​ຂະຫຍາຍ ທິດ​ທາງ​ທີ່​ຝາກ​ຄວາມ​ຫວັງ​ໄວ້​ກັບ​ປະ​ຊາ​ຊົນ​ໄຕ້​ຫວັນຢ່າງ​ບໍ່​ປ່ຽນ​​ແປງ​, ຄັດຄ້ານ​ການ​ເຄື່ອນ​ໄຫວ​ແບ່ງ​ແຍກ​ທີ່​ໃຫ້​ໄຕ້​ຫວັນ​​ເປັນ​ເອກະລາດຢ່າງ​ບໍ່​ປະນີປະ​ນອມ​ເດັດຂາດ,ກຳຫົວ​ຂໍ້​ຕົ້ນຕໍ​​ແຫ່ງ ການ​ພັດທະນາ​ຂອງການ​ພົວພັນ​ລະຫວ່າງ​ສອງ​ຝັ່ງ​ດ້ວຍ​ສັນຕິ​ວິທີຢ່າງ​ຫມັ້ນ​ແກ່ນ,ສ້າງບັນຍາກາດສັນ​ຕິ​ພາບ​ໃຫ້​ພາກ​ພື້ນ​ຊ່ອງ​ແຄບ​ໄຕ້​ຫວັນ, ຮັກສາ​ອະທິປະ​ໄຕ​ຂອງ​ລັດ​ແລະ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ, ຮັກສາ​ຜົນ​ປະ​ໂຫຍ​ດອັນ​ເປັນ​ພື້ນຖານຂອງ​ປະຊາ​ຊາດ​ຈີນ.