|
 |
(GMT+08:00)
2007-10-31 17:16:12
|
 |
ຈີນຈະສືບຕໍ່ເຂົ້າຮ່ວມວຽກງານຫຼຸດຜ່ອນຄວາມທຸກຍາກໃນທົ່ວໂລກຢ່າງຕັ້ງຫນ້າ
cri
ຕາມຂ່າວສານຊິນຮວາ:ວັນທີ 30 ຕຸລານີ້,ຢູ່ເມືອງຄຸນມິງ ແຂວງຢຸນນານ ຈີນ,ທ່ານຟ້ານສຽວຈ້ຽນ ຮອງຫົວຫນ້າຫນ່ວຍງານນຳພາການພັດທະນາຫຼຸດຜ່ອນຄວາມທຸກຍາກຂອງລັດຖະບານຈີນໄດ້ກ່າວວ່າ,ໃນ50 ກວ່າປີຜ່ານມາ,ວຽກງານຫຼຸດຜ່ອນຄວາມທຸກຍາກຂອງຈີນໄດ້ມີຄວາມກ້າວຫນ້າຢ່າງ ຫຼວງຫຼາຍ,ໃນຕໍ່ຫນ້າ,ຈີນຈະສືບຕໍ່ເຂົ້າຮ່ວມວຽກງານຫຼຸດຜ່ອນຄວາມທຸກຍາກໃນທົ່ວໂລກຢ່າງຕັ້ງຫນ້າ,ທຳຄວາມພະຍາຍາມເພື່ອບັນລຸເປົ້າຫມາຍ ພັດທະນາທີ່ສະເຫມີພາບກັນໃນທົ່ວໂລກ.
ໃນກອງປະຊຸມເວທີປາໄສການພັດທະນາສັງຄົມແລະຫຼຸດຜ່ອນຄວາມທຸກຍາກຈີນອາຊຽນທີ່ຈັດຂື້ນຢູ່ເມືອງຄຸນມິງ,ທ່ານຟ້ານສຽວຈ້ຽນສະເຫນີວ່າ,ໃນເກືອບ 30 ປີທີ່ຜ່ານມາ,ວຽກງານຫຼຸດຜ່ອນຄວາມທຸກຍາກຂອງຈີນໄດ້ຮັບຜົນສຳເລັດອັນພົ້ນເດັ່ນ.ປະຊາກອນຜູ່ທຸກຍາກທີ່ສຸດໃນຊົນນະບົດໄດ້ຫຼຸດຈາກ 250 ລ້ານຄົນໃນປີ 1978 ລົງຮອດ 21 ລ້ານກວ່າຄົນໃນປີກາຍ.ທ່ານຟ້ານສຽວຈ້ຽນກ່າວວ່າ,ການຫຼຸດຜ່ອນຄວາມທຸກຍາກຢ່າງສຳເລັດຜົນຂອງຈີນໄດ້ເລັ່ງລັດຂະບວນການຫຸດຜ່ອນຄວາມທຸກຍາກໃນໂລກ,ໄດ້ຫັນປ່ຽນສະພາບທີ່ປະຊາກອນຜູ່ທຸກຍາກໃນໂລກເພີ່ມຂຶ້ນຢ່າງຕໍ່ເນື່ອງ ໃນ 50 ກວ່າປີທີ່ຜ່ານມາ,ໃນຫຼາຍປີມານີ້,ຈີນໄດ້ເຂົ້າຮ່ວມໂຄງການຫຼຸດຜ່ອນຄວາມທຸກຍາກຢູ່ໃນໂລກຢ່າງຕັ້ງຫນ້າ,ເພີ່ມການຊ່ອຍເຫຼືອປະເທດທີ່ທຸກຍາກພັດທະນາພາຍໃນຂອບເຂດຄວາມສາມາດ
|
|
|