ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-10-31 17:57:50    
ຍອດ​ມູນ​ຄ່າ​ການ​ຄ້າ​ລະ​ຫວ່າງ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​ ບັນລຸ​ເຖິງ​693​ຕື້300​ລ້ານ​ໂດ​ລາ

cri
ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ31​ຕຸລາ​ນີ້,​ໃນ​ກອງ​ປະຊຸມ​ຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ,ທ່ານ​ຢາງ​ຢີ້ ​ໂຄສົກ​ຫ້ອງການ​ວຽກ​ງານ​ໄຕ້​ຫວັນ​ຂອງ​ລັດຖະບານ​ຈີນ​ກ່າວ​ວ່າ,ນັບ​ມາ​ຮອດ​ທ້າຍ​ເດືອນ​ກັນຍາ​ປີ​ນີ້,ຍອດ​ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​ໄດ້​ບັນລຸ​ເຖິງ693​ຕື້300​ລ້ານ​ໂດ​ລາ,ນັບ​ລວມ​ແລ້ວ,​ແຜ່ນດິນ​ໃຫຍ່​ ໄດ້​ອະນຸມັດ​ໂຄງການ​ທີ່​ນັກ​ທະລຸ​ກິດ​ໄຕ້​ຫວັນ​ລົງ​ທຶນ​ນັ້ນ7ໝື່ນ4​ພັນ​ກວ່າ​ໂຄງການ,ມູນ​ຄ່າ4​ລ້ານ5​ແສນ​ໂດ​ລາ.

ສະຖິຕິ​ສະ​ແດງ​ໃຫ້​ເຫັນວ່າ,​ນັບ​ແຕ່​ສອງ​ຝັ່ງ​ກຳຈັດສະພາບ​ບໍ່​ໄປມາຫາ​ສູ່​ກັນ​ຈົນ​ຮອດ​ທ້າຍ​ເດືອນ​ກັນຍາ​ປີ​ນີ້,​​ປະຊາຊົນໄຕ້​ຫວັນ​ມາ​ແຜ່ນດິນ​ໃຫຍ່​ມີ​ເຖິງ​45​ລ້ານ​8​ແສນ​5​ໝື່ນ​ເທື່ອ​ຄົນ,​ປະ​ຊາ​ຊົນ​ແຜ່ນດິນ​ໃຫຍ່​ໄປ​ໄຕ້ຫວັນຫຼາຍ​ກວ່າ1ລ້ານ5​ແສນ6​ໝື່ນ​ເທື່ອ​ຄົນ.

ທ່ານ​ຢາງ​ຢີ້ກ່າວ​ວ່າ,​ໃນ20​ກວ່າ​ປີ​ມາ​ນີ້,ຝ່າຍ​ແຜ່ນດິນ​ໃຫຍ່​ໄດ້​ຍຶດ​ໝັ້ນ​ໃຊ້​ມາດ​ຕະ​ການ​ອັນ​ຕັ້ງ​ໜ້າ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ,ຊຸກ​ຍູ້​ການ​ແລກ​ປ່ຽນ​ລະ​ຫວ່າງ​ສອງ​ຝັ່ງ.​ໂດຍ​ສະ​ເພາະ​ແມ່ນ​ນັບ​ແຕ່​ປີ​2005​ມາ​ນີ້,​ນັບ​ລວມ​ແລ້ວ,ຝ່າຍ​ແຜ່ນດິນ​ໃຫຍ່​ໄດ້​ວາງ​ນະ​ໂຍບາຍ​ແລະ​ມາດ​ຕະ​ການ​54ສະບັບທີ່​ມີ​ຜົນ​ປະ​ໂຫຍດ​ຕໍ່​ໄຕ້ຫວັນ.​ໂດຍ​ໄດ້​ຮັບ​ຜົນ​ສະ​ທ້ອນ​ຈາກ​ນະ​ໂຍບາຍ​ແລະ​ມາດ​ຕະ​ການ​ດັ່ງ​ກ່າວ,​ການ​ແລ​ກ​ປ່ຽນ​ແລະ​ການ​ໄປມາຫາ​ສູ່​ກັນ​ໃນ​ດ້ານ​ຕ່າງໆ,​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ລະຫວ່າງ​ສອງ​ຝັ່ງ​ໄດ້​ຂະຫຍາຍຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ.