ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-10-31 18:20:57    
ງານ​ເອັກສ​ໂປ​ຈີນ​ອາ​ຊຽນ​ຄັ້ງ​ທີ​4​ອັດ​ລົງ​ໃນ​ມື້​ນີ້

cri
ຕາມ​ຂ່າວCRI: ຕອນ​ບ່າຍ​ວັນ​ທີ 31 ຕຸລາ​ນີ້ ຢູ່​ເມືອງ​ນານ​ນິງ​ເຂດ​ກວາງຊີ, ທ່ານ​ລີ​ຈິ່ນ​ຈາວ ຮອງ​ຫົວ​ໜ້າ​ທັງ​ເປັນ​ເລຂາທິການ​ໃຫຍ່​ຄະນະ​ຈັດ​ງານວາງສະ​ແດງ​ສິນ​ຄ້າ​ຫຼື​ເອັກສ​ໂປ​ຈີນ​ອາ​ຊຽນ ຮອງ​ປະ​ທານ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈ້ວງ​ກວາງຊີ​ປະກາດ​ວ່າ, ງານ​ເອັສ​ໂປ​ຈີນ​ອາ​ຊຽນ​ຄັ້ງ​ທີ 4 ​ໄດ້​ອັດ​ລົງ​ແລ້ວ​ຢ່າງ​ໄດ້​ຮັບ​ຜົນ​ເຕັມ​ເມັດ​ເຕັມ​ໜ່ວຍ.

ມາ​ຮອດ​ເວລາ16ໂມງຂອງ​ວັນ​ທີ 31 ຕຸລາ​ນີ້, ນັບ​ລວມ​ແລ້ວ, ຍອດ​ມູນ​ຄ່າ​ການ​ຄ້າ​ທີ່​ຕົກ​ລົງ​ກັນ​ໃນ​ງານ​ເອັສ​ໂປ​ຈີນ​ອາ​ຊຽນຄັ້ງທີ 4​ແມ່ນ​1​ຕື້420​ລ້ານ​ໂດ​ລາ, ​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ປີ​ກາຍ​ນີ້​12,1%. ງານ​ເອັກສ​ໂປ​ຄັ້ງນີ້​ໄດ້​ເຊັນ​ໂຄງ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ລະ​ຫວ່າງ​ຊາດ​182​ໂຄງການ, ຍອດ​ມູນ​ຄ່າ​ການ​ລົງທຶນ6ຕື້154​ລ້ານໂດ​ລາ, ​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ຄັ້ງ​ກ່ອນ​5,28%.

ເມື່ອ​ທຽບ​ກັບ​ຄັ້ງກ່ອນ​ແລ້ວ, ງານ​ເອັກສ​ໂປ​ຈີນ​ອາ​ຊຽນຄັ້ງນີ້​ໄດ້​ວາງ​ມາດ​ຕະ​ການ​ໃໝ່,​ສືບ​ຕໍ່​ສ້າງ​ພື້ນຖານ​ໃຫ້ການ​ພັດທະນາ, ຈັດ​ກິດຈະກຳ​ປະ​ເທດ​ທີ່​ມີ​ຫົວ​ຂໍ້​ຕົ້ນ​ຕໍ,​ລົງ​ເລິກ​ກົນ​ໄກ​ຈັດ​ງານ​ຮ່ວມ​ກັນ​; ການ​ປະສານ​ງານ​ກັນ​ໃນ​ງານຍິ່ງ​ພົ້ນ​ເດັ່ນ​ຂຶ້ນ, ​ໂດຍ​ສະ​ເພາະ​ແມ່ນ​ເວທີ​ປາ​ໄສ​ການ​ພັດ​ທະ​ນາ​ແລະ​ການ​ຮ່ວມ​ມື​ເມືອງ​ທ່າ​ຈີນ​ອາ​ຊຽນ ​ໄດ້​ກ້າວ​ເຖິງ​ຂັ້ນ​ຕົກ​ລົງ​ກັນ,​ສົ່ງ​ຜົນ​ສະ​ທ້ອນ​ເລິກ​ເຊິ່ງ​ຍາວ​ໄກ, ​ໄດ້​ຮັບ​ຜົນ​ເດັ່ນ​ຊັດ.

ທ່ານນີ​ໂຄ​ລາສ ທານ​ດີ ຮອງ​ເລ​ຂາ​ທິ​ການ​ໃຫຍ່​ອາ​ຊຽນ​ຕາງ​ໜ້າ​ກອງ​ເລຂາ​ອາ​ຊຽນ​ສະ​ແດງ​ຄວາມ​ຊົມ​ເຊີຍ​ການຈັດ​ງານ​ເອັກສ​ໂປ​ຢ່າງ​ສຳ​ເລັດ​ຜົນ,​ທ່ານ​ກ່າວ​ວ່າ, ອາ​ຊຽນຈະ​ສືບ​ຕໍ່​ສະ​ໜັບ​ສະ​ໜູນ​ງານ​ວາງສະ​ແດງ​ສິນ​ຄ້າ​ຈີນ​ອາ​ຊຽນຕາມ​ຄວາມ​ສາມາດ​ຂອງ​ຕົນ​ແລະ​ຄອງ​ຄອຍ​ງານ​ວາງສະ​ແດງ​ໃນ​ປີ2008​ຈະ​ສຳ​ເລັດ​ຜົນ​ກວ່າ​ເກົ່າ.

ງານ​ວາງສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນຄັ້ງ​ທີ5​ຈະ​ຈັດ​ຂຶ້ນ​ຢູ່​ເມືອງ​ນານ​ນິງ​ເຂດ​ວກາງ​ຊີ​ຈີນ ​ແຕ່​ວັນ​ທີ23ຫາ​ວັນ​ທີ28​ຕຸລາ​ປີ2008.