ແຂວງຢຸນນານຈີນຈະໃຊ້ມາດຕະການຕື່ມອີກເພື່ອຊຸກຍູ້ການຮ່ວມມືດ້ານເສດຖະກິດການຄ້າກັບອາຊຽນ
cri
ຕາມຂ່າວສານຊິນຮວາ,ວັນທີ2ພະຈິກນີ້,ທ່ານລີຈີມິງ ຮອງຫົວໜ້າພະແນກການຄ້າແຂວງຢຸນນານຈີນກ່າວວ່າ,ແຂວງຢຸນນານຈະໃຊ້ມາດຕະການຕື່ມອີກເພື່ອຊຸກຍູ້ການຮ່ວມມືດ້ານເສດຖະກິດການຄ້າກັບອາຊຽນ.
ໃນເວທີປຶກສາຫາລືສື່ມວນຊົນຈີນອາຊຽນທີ່ຈັດຂຶ້ນຢູ່ກິ່ງແຂວງສິບສອງພັ່ນນາແຂວງຢຸນນານຈີນ,ທ່ານລີຈິມິງກ່າວວ່າ,ແຂວງຢຸນນານກັບອາຊຽນດຳເນີນການຮ່ວມມືດ້ານເສດຖະກິດການຄ້າມີເງື່ອນໄຂແລະພື້ນຖານທີ່ດີ,ແຂວງຢຸນນານຈະເສີມສ້າງພື້ນຖານໂຄງລ່າງຕື່ມອີກ,ປັບປຸງສະພາບແວດລ້ອມດ້ານການລົງທຶນໃຫ້ດີຂຶ້ນ,ຊຸກຍູ້ການຮ່ວມມືດ້ານເສດຖະກິດການຄ້າກັບອາຊຽນໃຫ້ມີການພັດທະນາໃໝ່.
ທ່ານກ່າວວ່າ,ປັດຈຸບັນ,ຊາຍແດນແຂວງຢຸນນານໄດ້ເປີດດ່ານພາສີປະເພດໜຶ່ງລະດັບຊາດ12ແຫ່ງ,ດ່ານພາສີປະເພດສອງ8ແຫ່ງ,ຕະຫຼາດແລກປ່ຽນສິນຄ້າສຳລັບປະຊາຊົນຊາຍແດນ100ກວ່າແຫ່ງ,ມີເງື່ອນໄຂດີດ້ານຄົມມະນາຄົມແລະການຈໍລະຈອນສິນຄ້າໃນດ້ານການຮ່ວມມືເສດຖະກິດການຄ້າສອງຝ່າຍແລະຫຼາຍຝ່າຍ.
|
|