|
 |
(GMT+08:00)
2007-11-03 18:04:52
|
 |
ເວທີປຶກສາຫາລືການຮ່ວມມືພັດທະນາຊັບພະຍາກອນມະນຸດຈີນອາຊຽນຈະຈັດຂຶ້ນຢູ່ເມືອງນານນິງເຂດກວາງຊີຈີນ
cri
ຕາມຂ່າວສານຊິນຮວາ,ເວທີປຶກສາຫາລືການຮ່ວມມືພັດທະນາຊັບພະຍາກອນມະນຸດຈີນ-ອາຊຽນທີ່ມີກະຊວງບຸກຄະລາກອນຈີນ ອົງການປົກຄອງເຂດປົກຄອງຕົນເອງເຜົ່າຈ້ວາງກວງຊີຈີນຮ່ວມກັນເປັນເຈົ້າພາບນັ້ນຈະຈັດຂຶ້ນຢູ່ເມືອງນານນິງ ເຂດກວາງຊີແຕ່ວັນທີ7ຫາວັນທີ8ພະຈິກນີ້.
ເວທີປາໄສຄັ້ງນີ້ມີຫົວຂໍ້ວ່າ, ການພັດທະນາຊັບພະຍາກອນມະນຸດກັບການພັດທະນາເສດຖະກິດພາກພື້ນ.ພາກສ່ວນບຸກຄະລາກອນຂອງຈີນແລະປະເທດສະມາຊິກຕ່າງໆຂອງອາຊຽນ,ສະຫະປະຊາຊາດ,ກອງເລຂາອາຊຽນແລະອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງອື່ນໆພ້ອມດ້ວຍຜູ່ແທນ60ກວ່າຄົນຂອງວິສາຫະກິດທີ່ມີຊື່ສຽງຂອງໂລກເຊັ່ນໄມໂຄຊອບເປັນຕົ້ນຈະແລກປ່ຽນບົດຮຽນແລະໝາກຜົນຄົ້ນຄວ້າດ້ານການພັດທະນາແລະຄຸ້ມຄອງຊັບພະຍາກອນມະນຸດຂອງປະເທດຕ່າງໆ.
ຂ່າວແຈ້ງວ່າ,ໃນເວທີປຶກສາຫາລືດັ່ງກ່າວ,ເຈົ້າໜ້າທີ່ພາກສ່ວນບຸກຄະລາກອນຂອງລັດຖະບານຈີນແລະປະເທດອາຊຽນຈະປຶກສາຫາລືເຮັດວຽກກ່ຽວກັບການຮ່ວມມືລະດັບສູງແລະສ້າງກົນໄກຮ່ວມມືຍາວນານ.
|
|
|