ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-11-04 18:28:58    
ດາວ​ທຽມ"​ສາງ​ເອີ​ເລກ​ໜຶ່ງ"ຂອງ​ຈີນ​ບິນ​ໄປ​ວົງ​ໂຄ​ຈອນ​ດວງ​ຈັນ​ໂດຍ​ກົງ

cri
ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ3​ພະ​ຈິກ​ນີ້,​ສູນ​ຄວບ​ຄຸມ​ການບິນ​ຂອງ​ຍານອະວະກາດ​ປັກ​ກິ່ງ​ຈີນ​ແຈ້ງ​ໃຫ້​ຊາບ​ວ່າ,​ຈີນ​ຈະ​ບໍ່ປັບ​ວົງ​ໂຄ​ຈອນ​ຂອງ​ດາວ​ທຽມ"​ສາງ​ເອີ​ເລກ​ໜຶ່ງ"​ດາວ​ທຽມ​ສຳ​ຫຼວດ​ດວງ​ຈັນ​ໜ່ວຍ​ທຳ​ອິດ​ຂອງຈີນທີ່​ແຕ່​ເດີມຈະ​ປະ​ຕິ​ບັດ​ໃນ​ວັນ​ທີ​4​ພະ​ຈິກ​ນີ້,​ດາວ​ທຽມ​ຈະ​ຈາກ​ວົງ​ໂຄ​ຈອນ​ໃນ​ປັດ​ຈຸ​ບັນ​ບິນ​ໄປ​ວົງ​ໂຄຈອນ​ດວງ​ຈັນ​ໂດຍ​ກົງ,ຄາດ​ວ່າ,ຈະ​ໄປ​ຮອດ​ໃນ​ວັນ​ທີ5​ພະ​ຈິກ​ນີ້.ສູນ​ຄວບ​ຄຸມ​ການ​ບິນ​ຂອງ​ຍານ​ອະ​ວະ​ກາດ​ປັກ​ກິ່ງ​ມີ​ແຜນ​ຈະ​ຫຼຸດ​ຜ່ອນ​ຄວາມ​ໄວ​ຂອງ​ດາວ​ທຽມ​ໃນ​ໄລ​ຍະ​ມໍ່​ກັບ​ດວງ​ຈັນ​ເປັນ​ເທື່ອ​ທຳ​ອິດ​ໃນ​ເວລາ​ປະ​ມານ​10​ໂມງ​ຂອງ​ວັນ​ທີ​5​ພະຈິກ​ນີ້.

ສູນ​ຄວບ​ຄຸມ​ການບິນຂອງ​ຍານ​ອະ​ວະ​ກາດ​ປັກ​ກິ່ງ​ແຈ້ງ​ໃຫ້​ຊາບ​ວ່າ,​ວັນ​ທີ​2​ພະ​ຈິກ​ນີ້,​ສູນ​ດັ່ງ​ກ່າວ​ໄດ້​ປັບວົງ​ໂຄຈອນ​ຂອງດາວ​ທຽມ"ສາງ​ເອີ​ເລກ​ໜຶ່ງ"​ເປັນ​ເທື່ອ​ທຳ​ອິດ,​ເມື່ອ​ເບິ່ງ​ຈາກ​ຜົນ​ການ​ຄິດ​ໄລ່​ຕົວ​ເລກ​ວົງ​ໂຄຈອນ​ຫຼັງ​ການ​ປັບ,​ການ​ປັບ​ວົງ​ໂຄ​ຈອນ​ຕາມ​ກາງ​ທາງ​ເທື່ອ​ນີ້​ຄວບ​ຄຸມ​ຢ່າງ​​ແມ່ນ​ຢຳ,ສະ​ນັ້ນ,ຈິ່ງ​ບໍ່​ຕ້ອງ​ປັບ​ອີກ​ທີ່​ແຕ່​ເດີມ​ຈະ​ປັບ​ປຸງ​ໃນ​ວັນ​ທີ​4​ພະ​ຈິກ​ນີ້. ​ຕາມ​ແຜນ​ເດີມ,​ພາຍ​ຫຼັງ​ດາວ​ທຽມ​ຈາກ​ວົງ​ໂຄ​ຈອນ ​ໜ່ວຍ​ໂລກ​ບິນ​ໄປສູ່​ວົງ​ໂຄ​ຈອນ​ດວງ​ຈັນ​ຕ້ອງ​ປັບ​ວົງ​ໂຄ​ຈອນ​2​ຫາ3​ເທື່ອ,​ແຕ່​ໃນ​ເວລາ​ປະ​ຕິ​ບັດ​ຕົວ​ຈິງ​ພຽງ​ແຕ່​ປັບ​ເທື່ອ​ດຽວ​ກໍ​ໄດ້​ບັນ​ລຸ​ຄາດ​ໝາຍ​ແລ້ວ,​ທັງ​ນີ້​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ,​ເຕັກ​ນິກ​ກຳ​ນົດ​ແລະ​ຄວບ​ຄຸມ​ວົງ​ໂຄຈອນ​ດາວ​ທຽມ​ຂອງ​ຈີນ​ໄດ້​ບັນລຸ​ລະ​ດັບ​ໃໝ່.