ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-11-05 10:53:19    
ດາວ​ທຽມ​ຊາງ​​ເອີ​ເລກ​ໜຶ່ງ​ຂອງ​ຈີນ​ບິນ​ໄປ​​ເຖິງອະວະ​ກາດ​ທີ່​ຫ່າງ​ຈາກ​ໜ້າດິນ 3 ​ແສນ 8 ໝື່ນ​ກິ​ໂລ​ແມັດ

cri Author: cai
ຕາມ​ຂ່າວສານ​ຊີ​ນຮວາ:ສູນ​ຄວບ​ຄຸມ​ການບິນ​ຂອງ​ຍານອະວະ​ກາດ​ປັກ​ກິ່ງ​ແຈ້ງ​ໃຫ້​ຊາບ​ວ່າ,ຮອດ​ເວລາ 18 ​ໂມງ​ວັນ​ທີ 4 ພະຈິກ​ນີ້ ​ເວລາ​ປັກ​ກິ່ງ,ດາວ​ທຽວ​ຊາງ​ເອີ​​ເລກ​ໜຶ່ງ​ໜ່ວຍ​ທຳ​ອິດ​ຂອງ​ຈີນ​ໄດ້​ບິນ​ໄປ​​ເຖິງ​ອະວະ​ກາດ​ທີ່​ຫ່າງ​ຈາກ​ໜ້າດິນ 3 ​ແສນ 8 ໝື່ນ​ກິ​ໂລ​ແມັດ.ປະຈຸ​ບັນ,ຕົວ​ເລກວັດ​ແທກ​ທາງ​ໄກ​ທີ່​ອຸປະ​ກອນວັດ​ແທກ​ແລະ​ຄວບ​ຄຸມ​ຢູ່​ໜ້າດິນຮັບ​ເອົານັ້ນສະ​ແດງ​ໃຫ້​ເຫັນ​ວ່າ,ລະບົບ​ຕ່າງໆ​ຂອງ​ດາວ​ທຽມ​​ເຮັດ​ວຽກ​ຢ່າງ​ເປັນ​ປົກກະຕິ.

ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ,ທ່ານ​ຖາງ​ເກີ​ຊື ຫົວໜ້າ​ຫ້ອງການ​ວົງໂຄຈອນ​ຂອງສູນ​ຄວບ​ຄຸມ​ການບິນຂອງ​ຍານ​ອາ​ວະ​ກາດ​ປັກ​ກິ່ງ​ກ່າວ​ວ່າ,ນັບ​ແຕ່​ໄດ້​ປັບ​ວົງໂຄຈອນ​ຢູ່​ກາງ​ທາງ​ໃນ​ວັນ​ທີ 2 ພະຈິກ​ນີ້​ແລ້ວ,ອີງ​ຕາມ​ຂໍ້​ມູນທີ່​ສະຖາ​ນີ​ແລະ​ເຄື່ອງວັດ​ແທກຄວບ​ຄຸມຕ່າງໆ​ສົ່ງ​ກັບ​ມາ,ສູນ​ຄວບ​ຄຸມ​ປັກ​ກິ່ງ​ໄດ້ວັດ​ແທກ​ແລະ​ຄິດ​ໄລ່​ວົງໂຄຈອນການ​ບິນຂອງ​ດາວ​ທຽ​ມ​ເປັນ​ປະຈຳ,ຕິດຕາມ​ສະພາບ​ເຮັດ​ວຽກ​ຂອງ​ດາວ​ທຽມ​ຢ່າງ​ໃກ້ຊິດ.ຜົນ​ການ​ຄິດ​​ໄລ່​ສະ​ແດງ​ໃຫ້​ເຫັນ​ວ່າ,ຄວາມ​ສູງ​ໃກ້​ກັບດວງຈັນ​ຂອງ​ດາວ​ທຽມ​ໃນ​ເວລາ​ບິນ​ໄປ​ຮອດ​ຈຸດ​ດຶງ​ດູດຂອງດວງຈັນ​ໃນ​ວົງໂຄຈອນອ້ອມ​ດວງ​ຈັນ​ປະຈຸ​ບັນ​ຖືກຕ້ອງ​ຕາມການ​ອອກ​ແບບ.​ເວລາ 11 ​ໂມງ​ວັນ​ທີ 5 ພະຈິກ​ນີ້,ດາວ​ທຽມ​ຊາງ​ເອີ​ເລກ​ໜຶ່ງ​ຈະ​ເລີ່​ມຫຼຸດຜ່ອນ​ຄວາມ​ໄວ​ລົງ​​ໃກ້​ດວງ​ຈັນ​​ເທື່ອ​ທຳ​ອິດ.

ດາວ​ທຽມ​ຊາງ​ເອີ​ເລກ​ໜຶ່ງ​ໄດ້​ບິນ​ຢູ່​ວົງ​​ໂຄຈອນລະຫວ່າງ​ໜ່ວຍ​ໂລກ​ກັບ​ດວງ​ຈັນ​ເປັນ​ເວລາ 4 ວັນ​ແລ້ວ,​ໃນ​ເວລາ​ບິນ​ໄປ​ຮອດ​ຈຸດ​ໃກ້​ດວງ​ຈັນ​ເທື່ອ​ທຳອິດ​ໃນ​ວັນ​ທີ 5 ພະຈິກ​ນີ້,ດາວ​ທຽມ​ຫ່າງ​ຈາກ​ໜ້າດິນປະມານ 3 ​ແສນ 9 ໝື່ນ​ກິ​ໂລ​ແມັດ.