ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-11-05 17:25:21    
ສະ​ຖາ​ບັນ​ຂົງຈື້​ແລະ​ຫ້ອງ​ຮຽນ​ຂົງ​ຈື້​​ສ້າງ​ຂຶ້ນ​ໃນ 60 ກວ່າ​ປະ​ເທດ​ແລະ​ເຂດ​ແຄວ້ນ​ແລ້ວ

cri Author: mo
ຕາມ​ຂ່າວສານ​ຊີ​ນຮວາ: ຫວ່າງ​ມໍ່ໆ​ນີ້, ​ເຈົ້າໜ້າ​ທີ່​ຈັດງານ​ສຳ​ມະ​ນາຄົ້ນຄວ້າການ​ສຶກສາ​ພາສາ​ຈີນ​ສາກົນ​ຄັ້ງທີ 5 ທີ່ຈັດ​ຢູ່​ເມືອງ​ຊິງ​ຕາວ​ຈີນ​ໄດ້​ແຈ້ງ​ໃຫ້​ນັກ​ຂ່າວ​ຊາບ​ວ່າ, ​ມາ​ຮອດ​ປັດຈຸບັນ, ສະ​ຖາ​ບັນ​ຂົງຈື້​ແລະ​ຫ້ອງ​ຮຽນ​ຂົງຈື້​ໄດ້​ສ້າງຕັ້ງ​ຂຶ້ນ​ໃນ 62 ​ປະ​ເທດ​ແລະ​ເຂດ​ແຄວ້ນ​ໃນ​ໂລກ​.
​​
ໃນ​ກອງ​ປະຊຸມ, ​ເຈົ້າໜ້າ​ທີ່​ຂອງ​ຄະນະ​ນຳພາ​ການ​ເຜີຍ​ແຜ່​ພາສາ​ຈີນ​ໃນ​ສາກົນ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ, ປັດ​ຈຸ​ບັນ, ​ໄດ້​ມີ 62 ປະ​ເທດ​ແລະ​ເຂດ​ແຄວ້ນ​ສ້າງ​ສະ​ຖາບັນຂົງຈື້​ແລະ​ຫ້ອງ​ຮຽນ​ຂົງຈື້​ 199 ​ແຫ່ງ​, ​ໂດຍຮ່ວມ​ກັບ​ອົງການ​ສຶກສາ​ພາສາ​ຈີນ​ຂອງ​ທ້ອງ​ຖິ່ນ, ກາຍ​ເປັນ​ສະຖານ​ທີ່​ບໍລິການ​ການ​ສຶກສາ​ພາສາ​ຈີນ​ໃນ​ທ້ອງ​ຖິ່ນ​ໂດຍ​ກົງ.

ແຕ່​ປີ​ນີ້​ມາ, ຈີນ​ໄດ້​ສົ່ງ​ຄູ​ສອນ​ພາສາ​ຈີນ 1500 ຄົນ, ອາສາ​ສະໝັກ 2000 ກວ່າ​ຄົນ​ໄປ​ແຫ່ງ​ຕ່າງ​ໆ​ໃນ​ໂລກ​ເພື່ອ​ສົ່ງ​ເສີມ​ການ​ສອນ​ພາສາ​ຈີນ​ແລະ​ວຽກ​ງານ​ສຶກສາ​ພາສາ​ຈີນ​ຂອງ​ທ້ອງ​ຖິ່ນ.