ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-11-05 17:49:45    
ວັດ​ພຸດທະສາ​ສະ​ໜາ​ທີ່​​ໃຫຍ່​ກວ່າ​ໝູ່​ຢູ່​ພາກ​ໃຕ້​ຂອງ​ຈີນ​ສ້າງ​ສຳ​ເລັດ​ຢູ່​ສິບ​ສອງ​ພັ່ນ​ນາ

cri Author: mo
ຕາມ​ຂ່າວສານ​ຊີ​ນຮວາ: ຫວ່າງ​ມໍ່ໆ​ນີ້​, ວັດ​​ເມີງ​ລື້ ວັດພຸດທະ​ສາ​ສະໜາ​ທີ່ໃຫຍ່​ກວ່າ​ໝູ່​ຢູ່​ພາກ​ໃຕ້ຂອງ​ຈີນ​ໄດ້​​ສ້າງ​ສຳ​ເລັດ​​ແລະ​ໄຂ​ຢູ່​ກິ່ງ​ແຂວງປົກຄອງ​ຕົນ​ເອງ​ເຜົ່າ​​ລື້​ສິບ​ສອງ​ພັ່ນ​ນາ​ແຂວງ​ຢຸນນານ ພາກ​ໃຕ້​ຂອງ​ຈີນ​, ພະ​ສົງ 108 ອົງ​ທີ່​ມາ​ຈາກ​ຈີນ​ແລະອາ​ຊີ​ອາຄະ​ເນ​ໄດ້​ພ້ອມ​ກັນ​ໄຂ​ວັດ​ດັ່ງກ່າວ.

ວັດ​ເມີ້​ງລື້​ຕັ້ງຢູ່​ຫ່າງ​ຈາກ​​ເມືອງ​ຊຽງ​ຮຸ່ງ ​ເທດສະບານ​ກິ່ງ​ແຂວງສິບ​ສອງ​ພັ່ນ​ນາ 5 ກິ​ໂລ​ແມັດ. ​ໃນ​ຫໍ​​ໃຫຍ່, ພະພຸດທະ​ຮູບ​ສວຍ​ສົດ​ງົດ​ງາມ, ຝາ​ທາງ​ໃນ​​ແຕ້ມ​ນິທານ​ພະ​ພຸດທະ​ເຈົ້າເຜີຍ​ແຜ່​ສາສະໜາ​. ຢູ່​​ເດີ່ນຫຼັງວັດ, ​ປູກ​ຕົ້ນ​ໂພ​ທີ່​ພຸດທະສາ​ສະນິກະຊົນ​ສີ​ລັງກາ​ບໍລິຈາກ​ໃຫ້.

ວັດ​​ເມີງ​ລື້​ຍັງ​ຈະ​ສ້າງ​ພະພຸດທະ​ຮູບ​ຢູ່​ກາງ​ແຈ້ງ​ທີ່​ໃຫຍ່​ກວ່າ​ໝ່ຢູ່​ພາກ​ໃຕ້​ຈີນທີ່​ສູງ 45 ​ແມັດ.