ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-11-06 13:49:20    
ທ່ານ​ຫູ​ຈີນ​ທາວ ​ເວີ່ນ​ເຈ່ຍ​ປາວ​ສົ່ງໂທລະ​ເລກອວຍພອນ​ດາວ​ທຽມ​ຊາງ​ເອີ​ເລກ​ໜຶ່ງຫຼຸດຜ່ອນ​ຄວາມ​ໄວ​ລົງ​ໃກ້​ດວງ​ຈັນ​ເທື່ອ​ທຳ​ອິດ​ຢ່າງ​ສຳ​ເລັດ​ຜົນ

cri
ຕາມ​ຂ່າວ CRI: ວັນ​ທີ 5 ພະຈິກ​ນີ້, ທ່ານ​ຫູ​ຈີນ​ທາວ ​ເລຂາທິການ​​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ, ປະທານ​ປະ​ເທດ​ຈີນ, ​ປະທານ​ຄະນະ​ກຳມະການ​ທະຫານ​ສູນ​ກາງ​ພັກກອມ​ມູນິດ​ຈີນ, ​ແລະ​ທ່ານ​ເວີ່ນ​ເຈ່ຍ​ປາວ ນາຍົກລັດຖະມົນຕີຈີນຕ່າງ​ກໍ່ໄດ້​ສົ່ງໂທລະ​ເລກ, ອວຍພອນ​ດາວ​ທຽມ​ຊາງ​ເອີ​ເລກໜຶ່ງສຳຫຼວດດວງ​ຈັນຫຼຸດຜ່ອນ​ຄວາມ​ໄວ​ລົງ​ໃກ້​ດວງ​ຈັນ​ເທື່ອ​ທຳ​ອິດ​ຢ່າງ​ສຳ​ເລັດ​ຜົນ.

​ໃນ​ໂທລະ​ເລກ​ອວຍພອນ, ທ່ານ​ທັງ​ສອງໄດ້​ສະ​ແດງ​ຄວາມ​ອວຍພອນ​​ແລະ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ອັນ​ອົບ​ອຸ່ນ​ໄປ​ຍັງ​ພະນັກງານຄົ້ນຄວ້າ​ຜະລິດ, ບັນຊາ, ຕິດຕາມຄວບ​ຄຸມ​​ໝົດ​ທຸກ​ຄົນ, ຫວັງ​ວ່າເຂົາ​ເຈົ້າ​ຈະສືບ​ຕໍ່​ທຳ​ຄວາມ​ພະຍາຍາມ, ​ເຮັດ​ໃຫ້​ດີ​ຂຶ້ນ​ໄປ​ເລື້ອຍໆ, ຕາມຄວາມ​ຮຽກ​ຮ້ອງ​ທີ່​ມີ​ມາດ​ຕະຖານ​ສູງ, ​ແລະ​ປະສິດທິ​ພາບ​ສູງ, ຮັບປະກັນ​ໃຫ້​ໂຄງການສຳຫຼວດ​ດວງ​ຈັນ​ໄດ້​ຮັບ​ຜົນສຳ​ເລັດ​ເຕັມ​​ເມັດ​​ເຕັມ​ໜ່ວຍ.

​ເວລາ 11 ​ໂມງ​ 37 ນາທີວັນ​ທີ 5 ພະຈິກນີ້, ​ດາວ​ທຽມ​ຊາງ​ເອີ​ເລກ​ໜຶ່ງ​ເຊິ່ງ​ເປັນ​ດາວ​ທຽມ​ສຳຫຼວດດວງ​ຈັນ​ໜ່ວຍ​ທຳ​ອິດ​ຂອງ​ຈີນ​ໄດ້ຫຼຸດຜ່ອນ​ຄວາມ​ໄວ​ລົງ​ໃກ້​ດວງ​ຈັນ​ເທື່ອ​ທຳ​ອິດ, ​ເຂົ້າ​ສູ່ວົງ​ໂຄຈອນ​ອ້ອມ​ດວງ​ຈັນ​ຢ່າງ​ສຳ​ເລັດ​ຜົນ. ການຫຼຸດຜ່ອນ​ຄວາມ​ໄວ​ລົງ​ໃກ້​ດວງ​ຈັນ​ຢ່າງ​ສຳ​ເລັດ​ຜົນ​ເທື່ອ​ນີ້, ​ໄດ້​ສ້າງພື້ນຖານອັນ​ໜາ​ແໜ້ນໃຫ້​ແກ່​ການ​ສຳຫຼວດທາງດ້ານ​ວິທະຍາສາດ. ພ້ອມ​ກັນ​ນັ້ນ, ກໍ່​ສະ​ແດງ​ໃຫ້​ເຫັນ​ວ່າ, ຈີ​ນມີ​ຄວາມ​ສາມາດ​ດຳ​ເນີນ​ການ​ຄວບ​ຄຸມ​ແມ່ນ​ຢຳ​ທີ່​ສຸດ​ຕໍ່​ດາວ​ທຽມ​ທີ່ໄກ​ຈາກ​ໜ່ວຍ​ໂລກ 3 ​ແສນ 8 ໝື່ນ​ກິ​ໂລ​ແມັດ​.