ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-11-06 17:57:04    
ປີ​2015​ຈີນ​ຈະ​ກາຍ​ເປັນ​ປະ​ເທດ​ທີ່​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ຫຼາຍ​ກວ່າ​ໝູ່​ໃນ​ໂລກ

cri

ຕາມ​ຂ່າວ​ສານ​ຊິນ​ຮວາ,ຜູ່​ຊ່ຽວຊານ​ຄາດ​ຄະ​ເນ​ວ່າ,ຄຽງ​ຄູ່​ກັບ​ຕະຫຼາດ​ທ່ອງ​ທ່ຽວ​ເຕີບ​ໂຕ​ຂຶ້ນ,​ປີ​2015,​ຈີນ​ຈະ​ກາຍ​ເປັນ​ປະ​ເທດ​ທີ່​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ຫຼາຍ​ກວ່າ​ໝູ່​ໃນ​ໂລກ.

ກອງ​ປະຊຸມ​ພັດທະນາ​ ການທ່ອງທ່ຽວ​ກຸ້ຍ​ໂຈ່​ວ​ຄັ້ງ​ທີ​2​ທີ່​ຈັດ​ຂຶ້ນ​ຢູ່​ເມືອງ​ລີ້​ໂປ່​ແຂວງ​ກຸ້ຍ​ໂຈ່​ວ ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ​ໃນ​ວັນ​ທີ​6​ພະ​ຈິກ​ນີ້ໄດ້​ແຈ້ງ​ໃຫ້​ຊາບຂ່າວ​ດັ່ງ​ກ່າວ.​ອົງ​ການ​ທ່ອງ​ທ່ຽວ​ໂລກ​ຄາດ​ຄະ​ເນ​ວ່າ,​ໃນ​ຫຼາຍ​ປີ​ມໍ່ໆ​ມາ​ນີ້,​ຕະ​ຫຼາດ​ທ່ອງ​ທ່ຽວ​ຂອງ​ຈີນ​ໄດ້​ເຕີບ​ໂຕ​ຢ່າງ​ຕໍ່​ເນື່ອງ,​ນັກ​ທ່ອງ​ທ່ຽວ​ຢູ່ພາຍ​ໃນ​ປະ​ເທດ​ແລະ​ຕ່າງ​ປະ​ເທດ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ເດັ່ນ​ຊັດ.​ປີ​2015,​ຈີນ​ຈະ​ກາຍ​ເປັນ​ປະ​ເທດ​​ທີ່​ມີ​ຜູ່​ມາ​ທ່ຽວ​ຫຼາຍ​ກວ່າ​ໝູ່​ໃນ​ໂລກ,​ມີ​ຄົນ​ໄປ​ທ່ຽວ​ຕ່າງ​ປະ​ເທດ​ຫຼາຍ​ເປັນອັນ​ດັບ4​ຂອງ​ໂລກ.

ໃນ​ກອງ​ປະຊຸມ​ດັ່ງກ່າວ,ທ່ານ​ວາງ​ຈື້ຟາ ຮອງ​ຫົວໜ້າ​ກົມ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ,​ປີ​2015,​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ທີ່ມາ​ທ່ຽວ​ພັກ​ແຮມ​ຢູ່​ຈີນຈະ​ເພີ່ມ​ຈາກ​50​ລ້ານ​ເທື່ອ​ຄົນ​ໃນ​ປີ​2006​ຂຶ້ນ​ຮອດ​100​ລ້ານ​ເທື່ອ​ຄົນ​. ພ້ອມ​ກັນ​ນັ້ນ,​ຄຽງ​ຄູ່​ກັບ​ຂະ​ແໜງ​ການ​ທ່ອງ​ທ່ຽວ​ຈີນ​ໄຂ​ປະ​ຕູ​ຕໍ່​ພາຍ​ນອກ​ຕື່ມ​ອີກ,​ຮອດ​ປີ​2015,​ຄ່າ​ໃຊ້​ຈ່າຍ​ໃນ​ການ​ໄປ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ຂອງ​ປະ​ຊາ​ຊົນ​ຈີນ​ຈະ​ເພີ່ມ​ຂຶ້ນ​ຮອດ100​ຕື້​ໂດ​ລາ.