ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-11-06 18:21:35    
ຝ່າຍ​ຈີນ​​ຮູ້ສຶກ​ປິ​ຕິ​ຍິນ​ດີ​ທີ່​ໄດ້​ຜັນ​ຂະ​ຫຍາຍ​ເອ​ກະ​ສານ​ຮ່ວມ​ກ່ຽວ​ກັບ​ການ​ເຈ​ລະ​ຈາ 6 ຝ່າຍ

cri Author: mo
ຕາມ​ຂ່າວCRI: ວັນ​ທີ 6 ພະຈິກ​ນີ້, ​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ, ທ່ານ​ລິວ​ຈ້ຽນຊາວ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ປັດຈຸບັນ, ຝ່າຍ​ຈີນ​ຮູ້ສຶກປິ​ຕິ​ຍິນ​ດີທີ່ເອກະສານ​ຮ່ວມ​ຄື​ ​ການ​ເຄື່ອນ​ໄຫວ​ໄລຍະ​ທີ​ສອງຂອງການ​ຜັນ​ຂະຫຍາຍຄຳ​ຖະ​ແຫຼງການ​ຮ່ວມ ຂອງ​ຝ່າຍ​ຕ່າງໆ​​ໃນ​ການ​ເຈລະຈາ 6 ຝ່າຍ​ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍ​ແຫຼມ​ເກົາຫລີ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ບັງ​ເກີດ​ຜົນ.

ທ່ານ​ລິວ​ຈ້ຽນຊາວ​ກ່າວ​ວ່າ, ​ແຕ່​ວັນ​ທີ 1 ພະຈິກ​ເປັນຕົ້ນ​ມາ, ​ໄດ້​ເລີ່ມປະຕິບັດວຽກ​ງານ​​ເຮັດ​ໃຫ້​ສິ່ງ​ກໍ່ສ້າງ​ນິວ​ເຄຼຍຂອງ​ສປປ​ເກົາຫລີ​​ເສື່ອ​ມສະມັດຖະພາບ, ປັດຈຸບັນ, ​ເອກະສານ​ຮ່ວມ​ດັ່ງກ່າວ​ທີ່​ຕົກລົງ​ກັນໃນ​ວັນ​ທີ 3 ຕຸລາ​​ແລ້ວນີ້​​ພວມ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ບັງ​ເກີດຜົນ. ຝ່າຍ​ຈີນ​ຫວັງ​ໃຫ້​ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ​ສືບ​ຕໍ່​ເຮັດ​ຕາມ​ຄຳ​ໝັ້ນສັນຍາ​ແລະ​ສັນຍາ​ທີ່​ຝ່າຍ​ຕ່າງໆຕົກລົງ​ກັນ, ຊຸກ​ຍູ້​ຂະ​ບວນການ​ເຈລະຈາ 6 ຝ່າຍ​ຢ່າງສຳ​ໝໍ່າສະ​ເໝີຮອບດ້ານ.