ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-11-08 17:59:21    
ຈີນ​ຍິນ​ດີຮ່ວມ​ກັບ​ຝ່າຍ​ທີ່​ກ່ຽວຂ້ອງ​ຊຸກຍູ້​ໃຫ້​ບັນຫານິວ​ເຄຼຍອີຣານພັດທະນາ​ໄປ​ໃນ​ທິດທີ່​ຖືກຕ້ອງ

cri Author: da
ຕາມ​ຂ່າວCRI: ວັນ​ທີ8ພະຈິກ​ນີ້ ​​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ ທ່ານ​ລິວ​ຈ້ຽນຊ່າວ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ,ຈີນ​ຈະ​ສືບ​ຕໍ່​ເສີມ​ຂະຫຍາຍ​ບົດບາດ​ທີ່​ມີ​ລັກສະນະ​ສ້າງສັນ​ໃນ​ບັນຫາ​ນິວ​ເຄຼຍອີຣານ,ຍິນ​ດີຮ່ວມກັບ​ຝ່າຍ​ທີ່ກ່ຽວຂ້ອງ​ຄື​ສະຫະ​ປະຊາ​ຊາດ​ແລະ​ສະຫະພາບ​ເອີ​ລົບ​ເປັນຕົ້ນ​ເພີ່ມ​ທະວີ​ການ​ແລກປ່ຽນ​ກັນ,ຊຸກຍູ້​ໃຫ້ບັນຫາ​ນິວ​ເຄຼຍອີຣານພັດທະນາ​ໄປ​ໃນ​ທິດທີ່​ຖືກຕ້ອງ.

ທ່ານລິວ​ຈ້ຽນຊ່າວ​ກ່າວ​ວ່າ,ຝ່າຍ​ຈີນ​ຫວັງ​ໃຫ້​ຝ່າຍ​ອີຣານຕອບສະໜອງ​ຄວາມສົນ​ໃຈ​ ​ແລະ​ສຽງ​ຮຽກຮ້ອງ​ຂອງ​ປະຊາ​ຄົມ​ໂລກ​ໃນ​ທັນທີ,​ແລະ​ສະ​ແດງ​ທ່າ​ທີ​ຄ່ອງ​ແຄ້ວ​ໃນ​ການ​ສົນທະນາ​ແລະ​ຕິດ​ຕໍ່​ພົວພັນ​ກັນ.ຝ່າຍ​ຈີ​ນຍຶດໝັ້ນ​ໃຊ້​ຮູບ​ການ​ສັນຕິພາບ​ຄື​ການ​ສົນທະນາ​ແລະ​ປຶກສາ​ຫາລື​ກັນ​ເພື່ອ​ແກ້​ໄຂ​ບັນຫາ​ນິວ​ເຄຼຍອີຣານ.