ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-11-08 18:24:00    
ຝ່າຍ​ຈີນ​ຫວັງ​ໃຫ້​ສປປ​ເກົາຫຼີ​ປະຕິບັດຕາມ​ຄຳ​ໝັ້ນສັນຍາ​ໃນຄຳຮ້ອງ​ຂໍ​ປະຕິບັດ​ແຜນການ​ນິວ​ເຄຼຍ

cri Author: da
ຕາມ​ຂ່າວCRI: ​ວັນ​ທີ8ພະຈິກ​ນີ້ ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກກິ່ງ ທ່ານ​ລິວ​ຈ້ຽວຊ່າວ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ,​ເອກະສານ​ຮ່ວມ​ທີ່​ຕົກລົງ​ກັນ​ໃນການ​ເຈລະຈາ6ຝ່າຍ​ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍ​ແຫຼມ​ເກົາຫຼີ​ໃນ​ວັນ​ທີ3ຕຸລາ​​ໄດ້​ວາງ​ຂໍ້​ກຳນົດ​ກ່ຽວ​ກັບ​ແຜນການ​ນິວ​ເຄຼຍຂອງ​ສປປ​ເກົາຫຼີ,ຝ່າຍ​ຈີນ​ຫວັງ​ໃຫ້ປະຕິ​ບັດ​ຄຳ​ໝັ້ນສັນຍາ​ນີ້.

ນອກ​ນີ້,ທ່ານ​ລິວ​ຈ້ຽວຊ່າວ​ຍັງ​ກ່າວ​ວ່າ,ປະຈຸ​ບັນ ຝ່າຍ​ຈີນ​ດີ​​ໃຈ​ທີ່​ສຸດ​ທີ່​ໄດ້​ເຫັນ​ວ່າ ວຽກ​ງານ​ເຮັດໃຫ້​ສິ່ງ​ກໍ່ສ້າງ​ນິວ​ເຄຼຍຂອງ​ແຫຼມ​ເກົາ​ຫຼີ​ເສື່ອ​ມສະມັດ​ຖະພາບ​ພວມ​ດຳ​ເນີນ​ໄປ​ຢ່າງ​ສະດວກ,​ແຕ່​ວ່າ​ຈະ​ເປີດ​ເຜີຍ​ມາດ​ຕະການ​​ເຮັດໃຫ້​ສິ່ງ​ກໍ່ສ້າງ​ນິວ​ເຄຼຍ​ເສື່ອ​ມສະມັດ​ຖະພາບ​ໃນ​ເວລາ​​ໃດ​​ນັ້ນ,ຍັງ​ຕ້ອງການ​ໃຫ້​ຝ່າຍຕ່າງໆ​ທີ່​ກ່ຽວຂ້ອງມີ​ຄວາມ​ເຫັນ​ເປັນ​ເອກະສັນ​ກັນກ່ອນ.