ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-11-11 18:30:24    
ຜູ້​ຊ່ຽວຊານ​ຈີນ​ອາ​ເມ​ລິ​ກາ​ຮ່ວມ​ມື​ເພີ່ມ​ທະ​ວີ​ການ​ຄົ້ນ​ຄວ້າ​ດິນ​ຟ້າ​ອາ​ກາດ​ປ່ຽນ​ແປງ​ແລະ​ນ້ຳ​ໝູນ​ວຽນ​ຂອງ​ທົ່ວ​ໂລກ

cri Author: mo
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 11 ພະຈິກ​ນີ້, ພິທີ​ແຂວນປ້າຍ​ຂອງ​ສູນ​ຄົ້ນຄວ້າ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ​ແລະ​ນ້ຳ​ໝູນວຽນ​ຂອງ​ທົ່ວ​ໂລກ​ຈີນ​ອາ​ເມ​ລິ​ກາ​ໄດ້​ຈັດ​ຂຶ້ນ​ຢູ່​ມະຫາວິທະຍາ​ໄລ​ເຫີ​ຮາ​ຍ​ຂອງ​ນະຄອນ​ນານ​ກິ່ງ​ແຂວງ​ຈ່ຽງຊູ່ ພາກ​ຕາ​ເວັນ​ອອກ​ຂອງ​ຈີນ. ​​ໃນຕໍ່​ໜ້າ, ຜູ້​ຊ່ຽວຊານ​ຈີນ​​ແລະ​ອາ​ເມ​ລິ​ກາ​ຈະ​ຖື​ແຫ່ງ​ນີ້​ເປັນ​ສະຖານ​ທີ່​ຄົ້ນຄວ້າ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ຂອງ​ໂລກ​ແລະ​ຜົນສະທ້ອນຂອງການ​ເຄື່ອນ​ໄຫວ​ຂອງ​ມະນຸດຕໍ່​ຂະ​ບວນການ​ນ້ຳ​ໝູນວຽນ.

ຂ່າວແຈ້ງ​ວ່າ, ສູນ​ຄົ້ນຄວ້າ​ແມ່ນ​ໂຄງການ​ຮ່ວມ​ມື​​ລະຫວ່າງ​ມະຫາວິທະຍາ​ເຫີ​ຮາ​ຍກັບ​ສະ​ຖາ​ບັນ​ຄົ້ນຄວ້າ​ທະ​ເລ​ຊາຍ​ອາ​ເມ​ລິ​ກາ.

ໃນຫຼາຍ​ປີ​ຕໍ່ໜ້າ, ສູນ​ຄົ້ນຄວ້າ​ຈະ​ລົງ​ເລິກ​ຄົ້ນຄວ້າບັນຫາສິ່ງ​ແວດ​ລ້ອມ​ນ້ຳ​ຂອງ​ລ້ອງ​ໜອງ​ທ້າຍ​ຫູ​ຈີນ, ບັນຫາ​ເຂດ​ແຫ້ງ​ແລ້ງ​ຢູ່​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອຂອງ​ຈີນ​ຫັນ​ເປັນ​ທະ​ເລ​ຊາຍ, ​ແລະ​ບັນຫາ​ດິນ​ຟ້າ​ອາກາດ​ຂອງພູ​ພຽງ​ຊິງ​ຫາຍ​ຕິ​ເບ​ດປ່ຽນ​ແປງ, ​ເພື່ອ​ເປັນ​ທີ່​ປຶກສາໃຫ້​ແກ່​ການ​ປັບ​ປຸງອົງ​ປະກອບ​ອຸດສາຫະກຳ​ກະສິກຳ​ແລະ​ການ​ພັດທະນາ​ເສດຖະກິດ​ຂອງ​ຈີນ​ໃນ​ອະນາຄົດ.