ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-11-12 11:14:18    
ຈີນ​ມີ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ​ແລະ​ນ້ອຍ​ຫຼາຍ​ກວ່າ​4​ລ້ານ​3​ແສນ​ແຫ່ງ

cri
ຕາມ​ໜັງສືພິມ​ເຢິນມິນ​ຢື້​ປ້າວ​ຂອງ​ຈີນ,​ໃນ​ຫຼາຍ​ປີ​ມໍ່ໆ​ມາ​ນີ້,ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ​ແລະ​ນ້ອຍ​ຂອງ​ຈີນ​ພັດທະ​ນາ​ຢ່າງ​ວ່ອງ​ໄວ.ນັບ​ມາ​ຮອດ​ປັດຈຸບັນ, ​ຈຳນວນ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ​ແລະ​ນ້ອຍ​ທີ່​ພະ​ແນ​ກອຸດສາຫະກຳ​ການ​ຄ້າ​ແຫ່ງ​ຕ່າງໆ​ຂອງ​ຈີນ​ໄດ້​ຈົດ​ທະ​ບຽນ​ຫຼາຍ​ກວ່າ​4​ລ້ານ3​ແສນ​ແຫ່ງ.ມູນ​ຄ່າ​ຂອງຜະລິດ​ຕະພັນ​ແລະ​ການ​ບໍ​ລິ​ການ​ທີ່​ວິ​ສາ​ຫະ​ກິດ​ເຫຼົ່າ​ນີ້​ສ້າງ​ຂຶ້ນ​ໄດ້​ກວມ​ປະມານ60%ຂອງລວມຍອດ​ຜະລິດ​ຕະພັນ​ພາຍ​ໃນ​ປະ​ເທດ​ຫຼື​GDP​ຂອງ​ຊາດ.

ທ່ານ​ລີ​ຈືປິ່ນ ປະ​ທານ​ສະມາຄົມ​ວິ​ສາ​ຫະກິດ​ຂະໜາ​ດກາງ​ແລະ​ນ້ອຍ​ຂອງ​ຈີນ​​ໄດ້​​ແຈ້ງ​ຂ່າວ​ດັ່ງກ່າວ​ຢູ່​ປັກ​ກິ່ງ​ໃນ​ຫວ່າງ​ມໍ່​ໆ​ນີ້.

ທ່ານ​ລີ​ຈືປິ່ນ​ກ່າວ​ວ່າ,ປັດ​ຈຸ​ບັນ,ວິ​ສາ​ຫະກິດ​ຂະໜາດ​ກາງ​ແລະ​ນ້ອຍ​ຂອງ​ຈີນ​ໄດ້​ກ້າວ​ເຂົ້າ​ສູ່​ໄລ​ຍະ​ພັດ​ທະ​ນາ​ທີ່​ດີ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ,​ມີ​ຖາ​ນະ​ແລະ​ບົດ​ບາດ​ນັບ​ມື້​ນັບ​ສຳ​ຄັນ​ໃນ​ດ້ານ​ການ​ເສຍ​ອາ​ກອນ,​ການ​ຄົ້ນ​ຄວ້າ​ພັດ​ທະ​ນາ​ແລະ​ປະ​ດິດ​ສ້າງ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ແລະ​ການ​ຜ່ອນ​ຄາຍ​​ແຮງ​ກົດ​ດັນ​ດ້ານ​ການ​ປະ​ກອບ​ອາ​ຊີບ​ໃນ​ສັງ​ຄົມ.​ແຕ່​ວ່າ​ສະ​ພາບ​ການ​ລະ​ດົມ​ທຶນ​ຍັງ​ຫຍຸ້ງ​ຍາກ,ຂາດ​ເຂີນຜູ່​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ,​ຄວາມ​ສາມາດ​ປະດິດ​ສ້າງ​ຢ່າງ​ເປັນ​ເຈົ້າ​ຕົນ​ເອງ​ຍັງ​ບໍ່​ແຂງ​ແຮງ,​ລະ​ບົບ​ບໍ​ລິ​ການ​ໃນ​ສັງ​ຄົມ​ຍັງ​ບໍ່​ສົມ​ບູນ​ຍັງ​ເປັນ​ປັດ​ໄຈ​ກົດ​ໜ່ວງ​ການ​ພັດ​ທະ​ນາ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ​ແລະ​ນ້ອຍ.